ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຫງວຽນກ໊ວກແຄ໊ງ ຮອງເລຂາຜູ້ປະຈໍາການຄະນະພັກເມືອງຮວ່ານກ໊ຽມ ໃຫ້ຮູ້ວ່າ ເມືອງຮວ່ານກ໊ຽມ ແມ່ນສູນກາງບໍລິຫານ, ການເມືອງ, ເສດຖະກິດ, ວັດທະນະທໍາຂອງນະຄອນຫຼວງຮ່າໂນ້ຍ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ເງິນເຝືອງ

ສະມາພັນແຮງງານເມືອງຮວ່ານກ໊ຽມ ໄດ້ຈັດຕັ້ງ, ຜັນຂະຫຍາຍບັນດາຂະບວນການແຂ່ງຂັນ, ບັນດາບັ້ນຂົນຂວາຍໂດຍສະຫະພັນໃຫຍ່ແຮງງານຫວຽດນາມ, ສະມາພັນແຮງງານນະຄອນ ປຸກລະດົມໄດ້ເປັນຢ່າງດີ ແລະມີປະສິດທິຜົນ, ຄື: ຂະບວນການ “ກໍາມະກອນເກັ່ງ, ຂໍ້ລິເລີ່ມປະດິດສ້າງ”, “ວຽກດີ-ຄົນເດັ່ນ”, ໂຄສະນາ, ປຸກລະດົມສະມາຊິກກໍາມະບານ, ຜູ້ອອກແຮງງານປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ກົດລະບຽບພາຍໃນ, ກົດລະບຽບຂອງອົງການ, ກົມກອງ, ວິສາຫະກິດຕິດພັນກັບການຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈີມິນ.

leftcenterrightdel
ຄະນະພັກເມືອງຮວ່ານກ໊ຽນ ມອບຂອງຂວັນທີ່ລະນຶກໃຫ້ຄະນະຜູ້ແທນສະຫະພັນກໍາມະບານນະຄອນຫຼວງວຽງຈັນ. ພາບ: ເງິນເຝືອງ

ປ່ຽນແປງໃໝ່ເນື້ອໃນວິທີການ, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວກໍາມະບານຢ່າງເປັນປະຈໍາໂດຍສະເພາະແມ່ນກໍາມະບານຮາກຖານຢູ່ວິສາຫະກິດເອກະຊົນ, ເອົາໃຈໃສ່ວຽກງານຂະຫຍາຍສະມາຊິກກຳມະບານ, ສ້າງຕັ້ງກໍາມະບານຮາກຖານໃໝ່.

ຄຽງຂ້າງກັນນັ້ນ, ສະມາພັນແຮງງານເມືອງຮວ່ານກ໊ຽມ ຍັງຮັກສາການປະຕິບັດບັນດາການເຄື່ອນໄຫວວັດທະນະທໍາ-ສິລະປະ, ກິລາ-ກາຍະກໍາ, ຂະບວນການຕອບບຸນແທນຄຸນ, ວຽກງານມະນຸດສະທໍາການກຸສົນ, ເພື່ອຄົນທຸກຍາກເປັນຢ່າງດີ... ປະກອບສ່ວນປະຕິບັດມະຕິເລກທີ 20 ຂອງກົມການເມືອງວ່າດ້ວຍການສືບຕໍ່ກໍ່ສ້າງຊົນຊັ້ນກໍາມະກອນຫວຽດນາມ ໃນຍຸກຍູ້ແຮງການຫັນປະເທດເປັນອຸດສາຫະກໍາ ແລະທັນສະໄໝ, ມະຕິເລກທີ 02 ຂອງກົມການເມືອງ ວ່າດ້ວຍການປ່ຽນແປງໃໝ່ການຈັດຕັ້ງ ແລະການເຄື່ອນໄຫວຂອງກໍາມະບານຫວຽດນາມ ໃນສະພາບການໃໝ່, ມະຕິກອງປະຊຸມໃຫຍ່ຂອງພັກ ແລະມະຕິກອງປະຊຸມໃຫຍ່ກໍາມະບານທຸກຂັ້ນໃຫ້ເປັນຢ່າງດີ.

leftcenterrightdel
ຄະນະຜູ້ແທນສະຫະພັນກໍາມະບານນະຄອນຫຼວງວຽງຈັນ ຢ້ຽມຢາມບາງສະຖານທີ່ດ້ານວັດທະນະທໍາຢູ່ເມືອງຮວ່ານກ໊ຽມ. ພາບ: ເງິນເຝືອງ

ປະຈຸບັນ, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຕໍ່ກັບວຽກງານກໍາມະບານເມືອງຮວ່ານກ໊ຽມ ກໍ່ຕາມ,  ແຕ່ສະມາພັນແຮງງານນະຄອນຮ່າໂນ້ຍ ແລະຄະນະພັກເມືອງຮວ່ານກ໊ຽມ ຍາມໃດກໍ່ເອົາໃຈໃສ່ກໍາມະບານເມືອງທຸກຂັ້ນການຊີ້ນໍາ, ນໍາພາຢ່າງໃກ້ຊິດ ແລະປຸກລະດົມທົ່ວລະບົບການເມືອງພ້ອມກັນແບ່ງປັນ, ຄຽງບ່າຄຽງໄຫຼ່ໄປພ້ອມກັບອົງການຈັດຕັ້ງກໍາມະບານ.

ໂດຍ: ໄຊນີດາ