leftcenterrightdel
ບັນຍາກາດທີ່ການພົບປະ ແລະເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ ແລະເຮັດວຽກ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການ, ໝາກຜົນວຽກງານບາງດ້ານໃນໄລຍະຜ່ານມາ, ຄື: ໝາກຜົນວຽກງານຈັດຕັ້ງກໍ່ສ້າງພັກ; ໝາກຜົນການປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ; ໝາກຜົນບໍາລຸງສ້າງພາສາລາວ ໃຫ້ພະນັກງານການນໍາ, ຄຸ້ມຄອງ; ໝາກຜົນການປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຈັດຕັ້ງແລກປ່ຽນຄະນະຜູ້ແທນລະຫວ່າງສອງຄະນະຈັດຕັ້ງສູນກາງພັກ ຫວຽດນາມ-ລາວ ໃນຊຸມປີຕໍ່ໄປ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະຂໍ້ຕົກລົງຂັ້ນສູງລະຫວ່າງກົມການເມືອງພັກກອມມູນິດຫວຽດນາມ ແລະກົມການເມືອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ.

ທີ່ການພົບປະ, ເຮັດວຽກກັບບັນດາກົມ ຂຶ້ນກັບຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ, ສອງຝ່າຍໄດ້ຕີລາຄາສູງໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະແລກປ່ຽນກ່ຽວກັບແຜນການຮ່ວມມືໃນໄລຍະຈະມາເຖິງ; ເຫັນດີເປັນເອກະພາບໂດຍຖືວ່າໃນໄລຍະຈະມາເຖິງ, ບັນດາກົມຂຶ້ນກັບຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຄວນສືບຕໍ່ສົມທົບກັນ, ແລກປ່ຽນຢ່າງແໜ້ນແຟ້ນ ແລະເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະກັນກ່ຽວກັບວຽກງານວິຊາສະເພາະ, ເພື່ອເປັນເສນາທິການໃຫ້ການນໍາພັກ-ລັດຂອງແຕ່ລະປະເທດໃນຂົງເຂດວຽກງານເຊິ່ງຕົນຮັບຜິດຊອບໃຫ້ມີປະສິດທິຜົນທີ່ສຸດ.

ໂດຍ: ໄຊນີດາ