ການເຄື່ອນໄຫວພົວພັນຕ່າງປະເທດມີຄວາມສຳຄັນພິເສດ

ຕາມທ່ານ ເລຮ່ວາຍຈູງ ແລ້ວ, ການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະພັນລະຍາ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດທີ່ມີຄວາມໝາຍສຳຄັນພິເສດຂອງສອງພັກ, ສອງລັດ. ການຢ້ຽມຢາມໄດ້ດຳເນີນໄປໃນສະພາບການໂລກ ແລະພາກພື້ນມີການຜັນແປ່ຢ່າງສັບສົນ, ວ່ອງໄວ ແລະຄາດຄະເນໄດ້ຍາກ. ຫວຽດນາມ ແລະ ລາວ ພວມຢູ່ໃນໄລຍະພະຍາຍາມປະຕິບັດສຳເລັດໜ້າທີ່ເຊິ່ງມະຕິຂອງແຕ່ລະພັກໄດ້ວາງອອກ, ກໍ່ຄືຕັ້ງໜ້າກະກຽມໃຫ້ບັນດາກອງປະຊຸມໃຫຍ່ຂອງອົງຄະນະພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຂອງແຕ່ລະພັກ. ການຢ້ຽມຢາມໄດ້ດຳເນີນໄປ, ພາຍຫຼັງທີ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລືອກຕັ້ງທ່ານ ໂຕເລິມ ເປັນເລຂາທິການໃຫຍ່ສູນກາງພັກກອມມູນິດຫວຽດນາມ ແລະພັກ, ລັດ ຫວຽດນາມ ກໍ່ໄດ້ບູລະນະຕຳແໜ່ງການນຳອື່ນໆ.

leftcenterrightdel
ທ່ານ ເລຮ່ວາຍຈູງ ໃຫ້ສຳພາດຕໍ່ນັກຂ່າວໃນວັນທີ 9 ກັນຍານີ້. ພາບ: ຫວູຮວ່າງ

ສະນັ້ນ, ການຢ້ຽມຢາມແມ່ນກາລະໂອກາດເພື່ອໃຫ້ການນຳຂອງສອງພັກ, ສອງລັດປຶກສາຫາລືບັນດາບັນຫາຢູ່ໂລກ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ຕີລາຄາໝາກຜົນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະວາງອອກທິດທາງຍົກສູງປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ. ທ່ານ ເລຮ່ວາຍຈູງ ເນັ້ນໜັກວ່າ: “ການຢ້ຽມຢາມສືບຕໍ່ສະແດງໃຫ້ເຫັນຄວາມເຄົາລົບນັບຖືເປັນພິເສດຂອງການນຳສອງພັກ, ສອງປະເທດກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ; ຢັ້ງຢືນມູນເຊື້ອຄວາມສາມັກຄີແບບພິເສດ, ສະໜິດຕິດພັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງ ຫວຽດນາມ ແລະລາວ ແມ່ນກົດເກນພາວະວິໄສ, ແມ່ນໜຶ່ງໃນບັນດາກຳລັງແຮງອັນໃຫຍ່ຫຼວງຂອງພາລະກິດປະຕິວັດ ແລະພາລະກິດກໍ່ສ້າງ, ປົກປັກຮັກສາ, ພັດທະນາປະເທດຂອງແຕ່ລະປະເທດ”.

ທ່ານ ເລຮ່ວາຍຈູງ ໃຫ້ຮູ້ວ່າ, ໃນຂອບເຂດການຢ້ຽມຢາມຈະດໍາເນີນການພົບປະເຈລະຈາ, ການພົບປະລະຫວ່າງການນຳຂັ້ນສູງຫວຽດນາມ ກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ເນື່ອງໃນໂອກາດນີ້ກໍ່ໄດ້ດໍາເນີນການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ. ພ້ອມກັນນັ້ນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ຈະມີການພົບປະກັບບັນດາອະດີດທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ຢູ່ລາວ ແລະລຸ້ນໜຸ່ມຫວຽດນາມ, ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ຫວຽດນາມ; ຢ້ຽມຢາມ, ເຮັດວຽກຢູ່ບາງທ້ອງຖິ່ນຂອງຫວຽດນາມ...

ກາລະໂອກາດຊຸກຍູ້ການຮ່ວມມືຮອບດ້ານ

ຕາມທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ແລ້ວ, ໃນໄລຍະຜ່ານມາ, ເຖິງວ່າສະພາບການໃນໂລກ ແລະພາກພື້ນສືບຕໍ່ມີການປ່ຽນແປງຢ່າງວ່ອງໄວ, ສັບສົນ ແລະຄາດຄະເນໄດ້ຍາກ, ແຕ່ພາຍໃຕ້ການຊີ້ນຳນຳພາຂອງສອງພັກ, ການບໍລິຫານຂອງສອງລັດຖະບານ, ຄວາມມານະພະຍາຍາມຮ່ວມແຮງຮ່ວມໃຈຂອງສອງສະພາແຫ່ງຊາດ, ການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ ບັນລຸໄດ້ບັນດາໝາກຜົນທີ່ແທດຈິງໃນທຸກຂົງເຂດ, ຄືດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ - ກໍ່ສ້າງ, ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ... ທ່ານນາງ ຄຳເພົາ ເອີນທະວັນ ຢັ້ງຢືນວ່າ: ບັນດາຜົນງານທີ່ບັນລຸໄດ້ນັ້ນໄດ້ປະກອບສ່ວນສຳຄັນເຂົ້າໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ການພັດທະນາເສດຖະກິດ - ສັງຄົມ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນ 2 ປະເທດ, ເພີ່ມທະວີສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ; ຍົກສູງບົດບາດ, ທີ່ຕັ້ງຂອງສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ, ກາຍເປັນແບບຢ່າງທີ່ດີເດັ່ນໃນການພົວພັນສາກົນ.

leftcenterrightdel
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ໃຫ້ສຳພາດຕໍ່ນັກຂ່າວ. ພາບ: ຫວຽດດຶກ.

ທ່ານນາງ ຄຳເພົາ ເອີນທະວັນ ຊີ້ແຈ້ງວ່າ ການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະພັນລະຍາ ແມ່ນແນໃສ່ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ນີ້ແມ່ນກາລະໂອກາດເພື່ອຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ບັນລຸຜົນງານນັບມື້ນັບແທດຈິງໃຫ້ປະຊາຊົນສອງປະເທດ. ເຖິງວ່າສະພາບການໃນພາກພື້ນ ແລະສາກົນຈະຜັນແປຄືແນວໃດ, ລາວ ແລະຫວຽດນາມ ຍັງໃຫ້ບຸລິມະສິດສູງສຸດແກ່ການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະເພີ່ມທະວີສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດ ແລະສືບທອດໃຫ້ຄົນຮຸ້ນຫຼັງ.

ໂດຍ: ຈາງຫງວຽນ