ທີ່ການເຮັດວຽກ, ສອງຝ່າຍໄດ້ສົມທົບກັນປະຕິບັດບົດບັນທຶກຊ່ວຍຈໍາລະຫວ່າງນະຄອນດ່ານັ້ງ ກັບແຂວງສະຫວັນນະເຂດ ກ່ຽວກັບການຮ່ວມມືໄລຍະ 2023-2027, ໃນປີ 2023, ນະຄອນດ່ານັ້ງ ໄດ້ຕ້ອນຮັບຫຼາຍຄະນະຜູ້ແທນແຂວງສະຫວັນນະເຂດ ມາຢ້ຽມຢາມ ແລະເຮັດວຽກ. ນະຄອນດ່ານັ້ງ ໄດ້ຮັບ, ໜູນຊ່ວຍທຶນການສຶກສາໃຫ້ແກ່ພະນັກງານ-ນັກສຶກສາແຂວງສະຫວັນນະເຂດ ຈຳນວນ 19 ຄົນ ມາຮຽນຢູ່ ມະຫາວິທະຍາໄລດ່ານັ້ງ ໃນລະດັບປະລິນຍາໂທ, ປະລິນຍາຕີ ສົກຮຽນ 2023-2024...

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: nhandan.vn

ຕາງໜ້າຄະນະປະຕິບັດງານ, ສະຫາຍ ບຸນໂຈມ ອຸບົນປະເສີດ  ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍ, ການຊ່ວຍເຫຼືອຢ່າງສຸດອົກສຸດໃຈຂອງນະຄອນດ່ານັ້ງ. ພ້ອມທັງປາດຖະໜາວ່າ ນະຄອນດ່ານັ້ງ ຈະສືບຕໍ່ໜູນຊ່ວຍ, ເພີ່ມທະວີການຮ່ວມມືກັບແຂວງສະຫວັນນະເຂດ ເວົ້າສະເພາະ ແລະທ້ອງຖິ່ນລາວ ເວົ້າລວມ, ຕັ້ງໜ້າຜັນຂະຫຍາຍການປະຕິບັດບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມື ໄລຍະ 2023-2027 ກັບແຂວງສະຫວັນນະເຂດ ຢ່າງມີປະສິດທິຜົນ ແລະແທດຈິງ.

ກ່າວຄຳເຫັນສິ້ນສຸດການເຮັດວຽກ, ສະຫາຍ ຫງວຽນວັນກວ໋າງ ເລຂາພັກນະຄອນດ່ານັ້ງ ເນັ້ນໜັກວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ເວົ້າລວມ, ອົງຄະນະພັກ ແລະປະຊາຊົນນະຄອນດ່ານັ້ງ ເວົ້າສະເພາະ ຍາມໃດກໍ່ຖືເປັນສຳຄັນ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດຫວຽດນາມ ແລະລາວ, ກໍ່ຄືການພົວພັນມິດຕະພາບ, ການຮ່ວມມືລະຫວ່າງນະຄອນດ່ານັ້ງ ແລະສະຫວັນນະເຂດ. ອວຍພອນໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລະຫວ່າງນະຄອນດ່ານັ້ງ ແລະແຂວງສະຫວັນນະເຂດຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ເຈິ່ນຮວ່ຽນ