ທີ່ການເຮັດວຽກ, ທ່ານພົນຈັດຕະວາ ຫງວຽນກ໊ວກຕວານ ຮອງຫົວໜ້າກອງບັນຊາການນະຄອນຫຼວງຮ່າໂນ້ຍ ໄດ້ແຈ້ງໃຫ້ຊາບບາງຈຸດພື້ນຖານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງນະຄອນຮ່າໂນ້ຍ ແລະໝາກຜົນການປະຕິບັດໜ້າທີ່ຂອງກອງບັນຊາການນະຄອນຫຼວງຮ່າໂນ້ຍ ໃນໄລຍະຜ່ານມາ; ພ້ອມທັງ ແລກປ່ຽນກັບຄະນະປະຕິບັດງານຝ່າຍລາວ ກ່ຽວກັບວຽກງານຄຸ້ມຄອງ ແລະຝຶກແອບກໍາລັງສໍາຮອງ, ລະດົມກຳລັງໃຈທະຫານລາດປ້ອງກັນຕົວຂອງກອງບັນຊາການນະຄອນຫຼວງຮ່າໂນ້ຍ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ຕາງໜ້າຄະນະພັກ, ຫົວໜ້າກອງບັນຊາການນະຄອນຫຼວງຮ່າໂນ້ຍ, ທ່ານພົນຈັດຕະວາ ຫງວຽນກ໊ວກຕວານ ຢັ້ງຢືນວ່າ ການພົວພັນຫວຽດນາມ-ລາວ ແມ່ນສາຍພົວພັນທີ່ໄດ້ຮັບການເພີ່ມພູນຄູນສ້າງຜ່ານຫຼາຍລຸ້ນຄົນ. ພະນັກງານ, ນັກຮົບກອງບັນຊາການນະຄອນຫຼວງຮ່າໂນ້ຍ ຍາມໃດກໍ່ປາດຖະໜາຢາກປະກອບສ່ວນເຫື່ອແຮງເພື່ອສືບຕໍ່ຊຸກຍູ້ການພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ, ຄວາມເຂົ້າໃຈ ແລະໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງພັກ, ລັດ, ປະຊາຊົນ ແລະກອງທັບສອງປະເທດຫວຽດນາມ-ລາວ ເວົ້າລວມ, ລະຫວ່າງກອງບັນຊາການນະຄອນຫຼວງຮ່າໂນ້ຍ ກັບບັນດາກົມກອງຂອງກອງທັບປະຊາຊົນລາວ ເວົ້າສະເພາະ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນກ໊ວກຕວານ ມອບຂອງຂວັນຂອງກອງບັນຊາການນະຄອນຫຼວງຮ່າໂນ້ຍ ໃຫ້ຕາງໜ້າຄະນະປະຕິບັດງານຝ່າຍລາວ. ພາບ: qdnd.vn

leftcenterrightdel
ຄະນະປະຕິບັດງານຝ່າຍລາວ ມອບຂອງຂວັນໃຫ້ກອງບັນຊາການນະຄອນຫຼວງຮ່າໂນ້ຍ. ພາບ: qdnd.vn

ທ່ານພັນເອກ ພູເງິນ ພົມເມືອງ ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານເຊິ່ງກອງບັນຊາການນະຄອນຫຼວງຮ່າໂນ້ຍ ບັນລຸໄດ້ໃນໄລຍະຜ່ານມາ; ພ້ອມທັງເຊື່ອໝັ້ນວ່າ ກໍາລັງປະກອບອາວຸດຂອງນະຄອນຫຼວງຮ່າໂນ້ຍ ຈະສືບຕໍ່ພັດທະນາຢ່າງແຂງແຮງ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະພັດທະນາເສດຖະກິດ-ສັງຄົມຂອງນະຄອນຮ່າໂນ້ຍ ເວົ້າສະເພາະ ແລະປະເທດຫວຽດນາມ ເວົ້າລວມ; ສືບຕໍ່ຊຸກຍູ້ການພົວພັນ “ມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ”.

ໂດຍ: ໄຊນີດາ