leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ທີ່ກອງພົນ 316, ຄະນະພະນັກງານກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແລະກອງພົນ 316 ໄດ້ແລກປ່ຽນບົດຮຽນໃນວຽກງານກໍ່ສ້າງ ແລະຜັນຂະຫຍາຍຕາຕະລາງການເຮັດວຽກໃນ ອາທິດ; ລາຍການວຽກງານພັກ, ວຽກງານການເມືອງໃນເດືອນ ແລະແຜນການວຽກງານພັກ, ວຽກງານການເມືອງໃນປີ.

leftcenterrightdel
ພັນເອກ ເລິມຢຸ້ງຕ໊ຽນ ຮອງຫົວໜ້າການເມືອງກອງພົນ 316 ແນະນໍາກ່ຽວກັບມູນເຊື້ອຂອງກອງພົນ. ພາບ: qdnd.vn
leftcenterrightdel
ພັນໂທ ມີໄຊ ວົງພະຈັນ ຂຽນຄວາມຮູ້ສຶກ ຢູ່ຫໍມູນເຊື້ອຂອງກອງພົນ 316. ພາບ: qdnd.vn
leftcenterrightdel
ຄະນະພະນັກງານຫ້ອງການກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ ແລະກອງພົນ 316 ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ທີ່ການເຮັດວຽກ, ສອງຝ່າຍ ໄດ້ແລກປ່ຽນ, ແບ່ງປັນບົດຮຽນບົນຈິດໃຈເປີດອົກເປີດໃຈ, ມິດຕະພາບ; ພ້ອມທັງປາດຖະໜາຢາກສືບຕໍ່ເສີມຂະຫຍາຍມູນເຊື້ອອັນລໍ້າຄ່າຂອງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດ.

leftcenterrightdel
ຄະນະປະຕິບັດງານກອງທັບປະຊາຊົນ ລາວ ມອບຂອງຂວັນທີ່ລະນຶກໃຫ້ກອງພົນ 316. ພາບ: qdnd.vn

ນອກຈາກນີ້, ຄະນະ ຍັງໄດ້ໄປຢ້ຽມຊົມຫໍມູນເຊື້ອຂອງກອງພົນ 316; ໄປເບິ່ງບ່ອນຢູ່, ບ່ອນກິນ, ເຂດເພີ່ມພູນຜະລິດຜົນຂອງກອງພັນທີ 8, ກອງພັນໃຫຍ່ 98...

ໂດຍ: ໄຊຊະນະ