leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະເຈລະຈາ, ສະຫາຍ ເຈິ່ນຖັງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງກວ໋າງບິ່ງ ໄດ້ແຈ້ງສະພາບການເສດຖະກິດ, ວັດທະນະທໍາ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ ແລະສະພາບການຮ່ວມມືລະຫວ່າງແຂວງກວ໋າງບິ່ງ ແລະແຂວງຄໍາມ່ວນ ໃນໄລຍະຜ່ານມາ. ໃນໄລຍະຈະມາເຖິງ, ສະຫາຍ ເຈິ່ນຖັງ ໄດ້ສະເໜີບາງເນື້ອໃນຄວນຍູ້ແຮງການຮ່ວມມືໃນຂົງເຂດວັດທະນະທໍາ-ສັງຄົມ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຊາຍແດນ, ພ້ອມທັງຢັ້ງຢືນຄວາມຕັດສິນໃຈສູ້ຊົນສືບທອດ ແລະເພີ່ມພູນຄູນສ້າງນໍ້າໃຈສາມັກຄີແບບພິເສດ, ການພົວພັນມິດຕະພາບສະໜິດຕິດພັນສັດຊື່ບໍລິສຸດລະຫວ່າງສອງອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະປະຊາຊົນແຂວງກວ໋າງບິ່ງ-ຄໍາມ່ວນ ໃຫ້ນັບມື້ນັບພັດທະນາ.

ສ່ວນສະຫາຍ ວັນໄຊ ພົງສະຫວັນ ເລຂາພັກແຂວງ, ເຈົ້າແຂວງໆຄໍາມ່ວນ ໄດ້ແບ່ງປັນໝາກຜົນທີ່ບັນລຸໄດ້ໃນການພັດທະນາເສດຖະກິດ, ວັດທະນະທໍາ ແລະສັງຄົມຂອງແຂວງຄຳມ່ວນ ໃນໄລຍະຜ່ານມາ. ສະຫາຍ ຕີລາຄາສູງຈິດໃຈຮ່ວມມື ກໍ່ຄືໝາກຜົນທີ່ບັນລຸໄດ້ໃນທຸກຂົງເຂດ, ໃນນັ້ນການພົວພັນລະຫວ່າງສອງແຂວງໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ຕອບສະໜອງຄວາມມຸ່ງມາດປາຖະໜາ ແລະຜົນປະໂຫຍດຂອງປະຊາຊົນ.

leftcenterrightdel
ພິທີລົງນາມໃນບົດບັນທຶກການຮ່ວມມືລະຫວ່າງແຂວງກວ໋າງບິ່ງ ແລະແຂວງຄຳມ່ວນ. ພາບ: ສໍານັກຂ່າວສານຫວຽດນາມ

ສິ້ນສຸດການພົບປະເຈລະຈາ, ຄະນະຜູ້ແທນແຂວງກວ໋າງບິ່ງ ແລະແຂວງຄຳມ່ວນ ໄດ້ລົງນາມໃນບົດບັນທຶກການຮ່ວມມືດ້ວຍຫຼາຍເນື້ອໃນສຳຄັນ. ພ້ອມກັນນັ້ນ, ແມ່ນຍູ້ແຮງການໂຄສະນາ, ສຶກສາອົບຮົມລຸ້ນໜຸ່ມກ່ຽວກັບມູນເຊື້ອມິດຕະພາບ, ນໍ້າໃຈສາມັກຄີລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ລະຫວ່າງສອງແຂວງກວ໋າງບິ່ງ ແລະແຂວງຄຳມ່ວນ.

ສອງແຂວງຈະຊີ້ນຳບັນດາອົງການທີ່ກ່ຽວຂ້ອງຊຸກຍູ້, ໜູນຊ່ວຍບັນດາທ້ອງຖິ່ນ, ວິສາຫະກິດເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ; ຈັດຕັ້ງການໂຄສະນາ, ແນະນໍາ ແລະສົ່ງເສີມ, ສ້າງເງື່ອນໄຂໃຫ້ວິສາຫະກິດ, ນັກລົງທຶນຮ່ວມມືລົງທຶນໃນຂົງເຂດຕ່າງໆ, ຄື: ການຄ້າ, ການທ່ອງທ່ຽວ, ການບໍລິການ… ເໝາະສົມກັບຄວາມສາມາດ ແລະທ່າແຮງຂອງແຕ່ລະແຂວງ.

ໂດຍ: ເຈິ່ນຮວ່ຽນ