ຄະນະກຳມະການປະຊາຊົນແຂວງກວ໋າງຈິ ຫາກໍ່ຕົກລົງຮັບຮອງແຜນນະໂຍບາຍລົງທຶນ ແລະເຫັນດີໃຫ້ບໍລິສັດນາມຕ໊ຽນ ຈຳກັດ ລົງທຶນກໍ່ສ້າງໂຄງການລະບົບສາຍສົ່ງຖ່ານຫີນຈາກລາວ ມາຫວຽດນາມ ໃນຜືນແຜ່ນດິນຫວຽດນາມ. ໂຄງການດັ່ງກ່າວມີລວງຍາວກວ່າ 6 ກິໂລແມັດ, ດ້ວຍຍອດຈຳນວນທຶນກວ່າ 1.489 ຕື້ດົ່ງ ເພື່ອແນໃສ່ເພີ່ມປະລິມານຖ່ານຫີນທີ່ຂົນສົ່ງຈາກລາວ ມາຫວຽດນາມ.

leftcenterrightdel
ສະພາບລົດບັນທຸກຖ່ານຫີນຕິດຢູ່ດ່ານສາກົນລາໄລ, ເມືອງດັ໊ກຢົງ, ແຂວງກວ໋າງຈິ. ພາບ: vov.vn

ໂຄງການກໍ່ສ້າງລະບົບສາຍສົ່ງຖ່ານຫີນຈາກລາວ ມາຫວຽດນາມ ໄດ້ລົງທຶນຢູ່ຕາແສງອາງໍ, ເມືອງດັ໊ກຢົງ, ແຂວງກວ໋າງຈິ ດ້ວຍເປົ້າໝາຍສ້າງຄວາມສະດວກເພື່ອໃຫ້ສິນຄ້າຜ່ານດ່ານສາກົນລາໄລ, ແກ້ໄຂສະພາບລົດຕິດຢູ່ທາງຫຼວງ 15D.

ໂຄງການດັ່ງກ່າວຄາດວ່າຈະນໍາໃຊ້ເນື້ອທີ່ດິນ 23,82 ເຮັກຕາ, ປະສິດທິພາບອອກແບບ 30 ລ້ານໂຕນ/ປີ. ສາຍສົ່ງຖ່ານຫີນມີລວງຍາວທັງໝົດ 6.115 ມ ທີ່ເຊື່ອມຕໍ່ກັບສາຍສົ່ງໃນປະເທດລາວ, ຂ້າມຊາຍແດນຫວຽດນາມ-ລາວ. ສາຍສົ່ງເລີ່ມຕົ້ນຢູ່ເຂດຊາຍແດນຫວຽດນາມ-ລາວ, ສິ້ນສຸດຢູ່ສາງສິນຄ້າຢູ່ບ້ານອາແດງ, ຕາແສງອາງໍ, ເມືອງດັ໊ກຢົງ, ແຂວງກວ໋າງຈິ, ຫວຽດນາມ. ສາຍສົ່ງຖ່ານຫີນນີ້ແບ່ງອອກເປັນ 7 ຕອນ ແລະ 7 ສະຖານີສົ່ງ ແລະບັນດາກິດຈະກໍາຮັບໃຊ້, ໄລຍະເວລາເຄື່ອນໄຫວຂອງໂຄງການແມ່ນ 30 ປີນັບແຕ່ມື້ຮັບຮອງແຜນນະໂຍບາຍລົງທຶນ ແລະຮັບຮອງນັກລົງທຶນ. ໄລຍະທີ 1 ມີປະສິດທິພາບ 15 ລ້ານໂຕນ/ປີ, ຄາດວ່າຈະລົງທຶນໃນປີ 2024.

ໂດຍ: ເຈິ່ນຮວ່ຽນ