ຄະນະຜູ້ແທນຍັງຖະຫວາຍທູບທຽນ ຢູ່ອານຸສອນສະຖານ ແລະໄປຢ້ຽມຢາມເຂດວາງສະແດງບັນດາວັດຖຸພັນສະແດງໃຫ້ເຫັນນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນ, ການຊ່ວຍເຫຼືອ ແລະການແບ່ງປັນລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະປະຊາຊົນບັນດາເຜົ່າຢູ່ແຂວງເຊີນລາ ກັບບັນດາແຂວງພາກເໜືອຂອງລາວ ເວົ້າສະເພາະ. ພ້ອມທັງຫວນຄືນມູນເຊື້ອແຫ່ງຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ໝັ້ນໝາຍຈະສືບຕໍ່ຮັກສາ ແລະເສີມຂະຫຍາຍສາຍພົວພັນມິດຕະພາບແບບພິເສດ, ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ “ຂຽງສົດງົດງາມ, ໝັ້ນຄົງຂະໜົງແກ່ນ ໄປຊົ່ວກາລະນານ”.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກຢູ່ອະ​ນຸ​ສາ​ວະ​ລີມິດຕະພາບ ຫວຽດນາມ-ລາວ. ພາບ: baosonla.org.vn

ຄະນະຜູ້ແທນ ໄດ້ໄປຢ້ຽມຢາມບາງຮູບແບບເສດຖະກິດຂອງສະມາຊິກສະມາຄົມແມ່ຍິງໃນບໍລິເວນເມືອງມາຍເຊີນ,  ຄະນະຜູ້ແທນສະຫະພັນແມ່ຍິງບັນດາແຂວງພາກເໜືອຂອງລາວ ໄດ້ຕີລາຄາສູງປະສິດທິຜົນການພັດທະນາກະສິກຳທີ່ໝູນໃຊ້ເຕັກໂນໂລຊີສູງຂອງບັນດາຮູບແບບໂດຍສະມາຊິກສະມາຄົມແມ່ຍິງແຂວງເຊີນລາ ປະຕິບັດ. ພ້ອມທັງ, ຫວັງວ່າ ທາງແຂວງ ເຊີນລາ ສືບຕໍ່ແລກປ່ຽນ ແລະແບ່ງປັນບົດຮຽນໃນການຜັນຂະຫຍາຍຮູບແບບຕ່າງໆ; ໜຸນຊ່ວຍ ແລະຖ່າຍທອດເຕັກນິກ, ແນວພັນຜັກ, ສັດລ້ຽງເພື່ອໃຫ້ແມ່ຍິງບັນດາແຂວງຂອງລາວ ສາມາດນຳໃຊ້ເຂົ້າໃນການຜະລິດຕົວຈິງ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ໂດຍ: ທູຈາງ