leftcenterrightdel
ພິທີສະຫຼຸບປິດສົກຮຽນ 2023-2024. ພາບ: vov.vn

ວັນທີ 24 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ໂຮງຮຽນ 2 ພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ຈັດພິທີສະຫຼຸບປິດສົກຮຽນ 2023-2024. ໃນສົກຮຽນຜ່ານມາ, ໂຮງຮຽນ 2 ພາສາ ລາວ-ຫວຽດນາມ ຫງວຽນຢູ ບັນລຸຜົນງານຕັ້ງໜ້າຫຼາຍຢ່າງ, ມີນັກຮຽນ 20 ຄົນບັນລຸຜົນງານນັກຮຽນເກັ່ງຂັ້ນເມືອງ. ພ້ອມກັບນັ້ນ, ໂຮງຮຽນກໍ່ຈັດບັນດາການແຂ່ງຂັນສະແດງສິລະປະ, ກິລາ ແລະການເຄື່ອນໄຫວອື່ນໆໃຫ້ແກ່ນັກຮຽນ, ຄູອາຈານ… ບັນລຸຜົນສຳເລັດ. ໃນນັ້ນ, ສິ່ງທີ່ໜ້າສົນໃຈແມ່ນ, ການແຂ່ງຂັນແຕ້ມພາບ “ນ້ອງແຕ້ມປະທານໂຮ່ຈີມິນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19 ພຶດສະພາ 1890–19 ພຶດສະພາ 2024).

ໂດຍແມ່ນໂຮງຮຽນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ, ໃນສົກຮຽນ 2023-2024, ໂຮງຮຽນ 2 ພາສາ ລາວ-ຫວຽດນາມ ຫງວຽນຢູ ມີພະນັກງານ, ຄູອາຈານ 66 ຄົນ ແລະນັກຮຽນແຕ່ຂັ້ນເຮືອນລ້ຽງເດັກ-ອະນຸບານ, ຕະຫຼອດຮອດມັດທະຍົມຕອນປາຍ ໃນນັ້ນ, ມີລູກຫຼານຊາວຫວຽດນາມ ກວມເອົາປະມານ 30%.

ໂດຍ: ກວ໊ຽດເຕິມ