ທີ່ການພົບປະ, ການນຳສອງທ້ອງຖິ່ນໄດ້ປຶກສາຫາລື ແລະ ຕີລາຄາໝາກຜົນແຫ່ງການຜັນຂະຫຍາຍປະຕິບັດ, ເນື້ອໃນບົດບັນທຶກຊ່ວຍຈໍາການພົບປະສອງຝ່າຍ ທີ່ໄດ້ລົງນາມໃນປີ 2022. ໃນໄລຍະຈະມາເຖິງ, ສອງທ້ອງຖິ່ນໄດ້ເຫັນດີສືບຕໍ່ຊີ້ນຳບັນດາຫ້ອງການ, ຂະແໜງການ ແລະ ຫົວໜ່ວຍທີ່ກ່ຽວຂ້ອງເພື່ອຊຸກຍູ້ວຽກງານໂຄສະນາ ແລະຂົນຂວາຍປະຊາຊົນຢູ່ເຂດຊາຍແດນປະຕິບັດຕາມກົດລະບຽບຊາຍແດນ ຂອງສອງປະເທດຢ່າງເຂັ້ມງວດ; ຮັກສາລະບອບການສະຫຼຸບ, ລາຍງານ, ການລາດຕະເວນສອງຝ່າຍ ເພື່ອແນໃສ່ຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນ ແລະລະບົບຫຼັກໝາຍຊາຍແດນຂອງຊາດ, ພົບເຫັນ ແລະແກ້ໄຂບັນຫາທີ່ເກີດຂື້ນໂດຍໄວ; ສົມທົບກັນໃນການຕໍ່ສູ້ຕ້ານກົນອຸບາຍ ເລ່ລ່ຽມຂອງອິດທິກຳລັງປໍລະປັກ ແລະອາດຊະຍາກຳປະເພດຕ່າງໆ; ສະກັດກັ້ນ ແລະ ແກ້ໄຂກໍລະນີທີ່ລະເມີດກົດລະບຽບຊາຍແດນ.

leftcenterrightdel
ທ່ານນາງ  ບົວກາ ແກ້ວມະນີ ເລຂາພັກເມືອງ-ເຈົ້າເມືອງນາກາຍ,  ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: baohatinh.vn
leftcenterrightdel
ທ່ານ ໂງຊວນນິງ ປະທານຄະນະກຳມະການປະຊາຊົນເມືອງເຮືອງເຄ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: baohatinh.vn

ຮັກສາການແຮກສ່ຽວລະຫວ່າງບັນດາກົມກອງ, ຮາກຖານລະຫວ່າງເມືອງເຮືອງເຄ ແລະເມືອງນາກາຍ; ຈັດຕັ້ງກອງປະຊຸມພົບປະ, ກອງປະຊຸມປະເມີນຜົນ, ຕີລາຄາສະພາບການຈັດຕັ້ງປະຕິບັດເປັນແຕ່ລະໄລຍະ, ເປັນຕົ້ນແມ່ນໃນການແກ້ໄຂບັນຫາອົບພະຍົບຢ່າງເສລີ, ການແຕ່ງງານບໍ່ມີໃບທະບຽນ, ມາດຕະການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

ພ້ອມກັນນັ້ນ, ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ສອງທ້ອງຖິ່ນແລກປ່ຽນ ແລະຖອດຖອນບົດຮຽນໃນບັນດາຂົງເຂດຄື: ໜູນຊ່ວຍ ແລະແລກປ່ຽນດ້ານເຕັກນິກ ໃນການພັດທະນາການຜະລິດກະສິກຳ, ສືບຕໍ່ແນະນຳ ແລະ ຖ່າຍທອດເຕັກນິກ, ເສີມຂະຫຍາຍຮູບແບບປູກຝັງ ແລະລ້ຽງສັດຢ່າງມີປະສິດທິຜົນ; ປະສົບການໃນການຄຸ້ມຄອງ ແລະນຳໃຊ້ຊັບພະຍາກອນທຳມະຊາດ ແລະ ລະບົບນິເວດແບບຍືນຍົງ; ຊຸກຍູ້ການເຄື່ອນໄຫວດ້ານການຄ້າ.

leftcenterrightdel
ເມືອງເຮືອງເຄ ແລະເມືອງນາກາຍ ລົງນາມໃນບົດບັນທຶກກອງປະຊຸມ. ພາບ: baohatinh.vn

ເພີ່ມທະວີການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະ, ກິລາຂອງບັນດາຝ່າຍ; ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາອົບຮົມກ່ຽວກັບສາຍພົວພັນມິດຕະພາບ, ການຮ່ວມມື, ຄວາມສາມັກຄີລະຫວ່າງເມືອງເຮືອງເຄ ແລະເມືອງນາກາຍ ໃຫ້ແກ່ລຸ້ນໜຸ່ມຂອງສອງທ້ອງຖິ່ນ; ເຫັນດີເປັນເອກະສັນສືບຕໍ່ຮ່ວມມື, ແລກປ່ຽນປະສົບການ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ ໃນວຽກງານກວດ-ປິ່ນປົວພະຍາດ, ປ້ອງກັນ ແລະຕ້ານພະຍາດ; ຈັດຕັ້ງການແລກປ່ຽນປະສົບການໃນຂົງເຂດການສຶກສາ ແລະບໍາລຸງກໍ່ສ້າງ.

ທີ່ກອງປະຊຸມພົບປະ, ການນຳສອງເມືອງໄດ້ລົງນາມໃນບົດບັນທຶກດ້ວຍເນື້ອໃນສືບຕໍ່ຮ່ວມມືພັດທະນາໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ - ວັດທະນະທໍາ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ປະກອບສ່ວນນໍາສອງເມືອງພ້ອມກັນພັດທະນາຢ່າງໝັ້ນຄົງ ແລະ ຍືນຍົງ.

ໂດຍ: ທູຈາງ