ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີ ເລືອງຕາມກວາງ ສະແດງຄວາມເຊື່ອໝັ້ນວ່າ ໃນຖານະຕຳແໜ່ງຂອງຕົນ, ທ່ານນາງເອກອັກຄະລັດຖະທູດ ຈະມີບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ, ບັນລຸໄດ້ໝາກຜົນຫຼາຍຢ່າງໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທໍາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: bocongan.gov.vn

ທ່ານລັດຖະມົນຕີ ເລືອງຕາມກວາງ ຢືນຢັນວ່າ ກະຊວງຕຳຫຼວດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ, ລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເວົ້າສະເພາະ. ກະຊວງຕຳຫຼວດຫວຽດນາມ ຈະສືບຕໍ່ໜູນຊ່ວຍກະຊວງຕຳຫຼວດລາວ ແລະບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງປະຕິບັດສຳເລັດໜ້າທີ່ຂອງລາວ ໃນຖານະຕຳແໜ່ງເປັນປະທານອາຊຽນ 2024.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: bocongan.gov.vn

ທ່ານລັດຖະມົນຕີ ເລືອງຕາມກວາງ  ສະແດງຄວາມເຊື່ອໝັ້ນວ່າ ໃນອາຍຸການປະຕິບັດງານຂອງຕົນ, ທ່ານນາງເອກອັກຄະລັດຖະທູດ ຈະມີການປະກອຍສ່ວນສໍາຄັນ ເພື່ອການຊຸກຍູ້ສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ.

ສ່ວນທ່ານນາງເອກອັກຄະລັດຖະທູດ ຄຳເພົາ ເອີນທະວັນ ຢັ້ງຢືນວ່າ ໃນຖານະຕໍາແໜ່ງຂອງຕົນ ທ່ານນາງ ຈະເພີ່ມທະວີການຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງກໍາລັງຕໍາຫຼວດສອງປະເທດເວົ້າສະເພາະ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດ ເວົ້າລວມ ແລະລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະງຫົບລາວ ເວົ້າສະເພາະ.

ໂດຍ: ທູຈາງ