leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: baohatinh.vn

ໃນໄລຍະຜ່ານມາ, ປະຕິບັດບົດບັນທຶກຊ່ວຍຈຳຂອງກອງປະຊຸມຂັ້ນສູງລະຫວ່າງແຂວງຮ່າຕິງ ແລະແຂວງຄຳມ່ວນ ປີ 2023, 2 ທ້ອງຖິ່ນໄດ້ມີການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ.

ໃນນັ້ນ, ກ່ຽວກັບການຄ້າ ແລະອຸດສາຫະກຳ, ຮ່າຕິງ ໄດ້ຈັດຕັ້ງຄະນະປະຕິບັດງານໄປສຳຫຼວດຕົວຈິງຢູ່ບາງວິສາຫະກິດຂອງລາວທີ່ມີສິນຄ້າສົ່ງອອກຜ່ານຫວຽດນາມ; ຜັນຂະຫຍາຍບາງເນື້ອໃນເອກະສານຮ່ວມມືລະຫວ່າງພະແນກອຸດສາຫະກໍາ ແລະການຄ້າແຂວງຮ່າຕິງ ແລະພະແນກອຸດສາຫະກໍາ ແລະການຄ້າແຂວງຄໍາມ່ວນ. ຄຽງຂ້າງນັ້ນ, ຂະແໜງອຸດສາຫະກໍາ ແລະການຄ້າສອງແຂວງໄດ້ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ ເພື່ອແລກປ່ຽນຂໍມູນກ່ຽວກັບການຄ້າຊາຍແດນລະຫວ່າງແຂວງຕ່າງໆ.

ພ້ອມກັນນັ້ນ, ເພື່ອຮັບໃຊ້ການເຄື່ອນໄຫວນຳເຂົ້າ-ສົ່ງອອກ ແລະການເຂົ້າ-ອອກເມືອງຢູ່ດ່ານສາກົນ ເກົ່າແຈວ ໃຫ້ດີກວ່າ, ແຂວງຮ່າຕິງ ຊີ້ນຳກົມພາສີແຂວງສືບຕໍ່ຊຸກຍູ້ການປະຕິຮູບລະບຽບການບໍລິຫານ; ຜັນຂະຫຍາຍການປະຕິບັດລະບົບຜ່ານດ່ານແບບອັດຕະໂນມັດຢ່າງເປັນທາງການ ເພື່ອຍົກສູງການເຄື່ອນໄຫວຄຸ້ມຄອງສິນຄ້ານໍາເຂົ້າ-ສົ່ງອອກ, ຫຼຸດເວລາຜ່ານດ່ານ, ປະຢັດຄ່າທໍານຽບ, ອໍານວຍຄວາມສະດວກຫຼາຍທີ່ສຸດໃຫ້ວິສາຫະກິດເວົ້າລວມ ແລະວິສາຫະກິດແຂວງຄໍາມ່ວນ ເວົ້າສະເພາະຢູ່ດ່ານສາກົນເກົ່າແຈວ.

leftcenterrightdel
ທ່ານ ຫງວຽນດຶກຖັ໊ງ, ຮອງຫົວໜ້າພະແນກແຜນການ ແລະການລົງທຶນຮ່າຕິງ: ຮ່າຕິງ ແລະຄຳມ່ວນ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືດ້ານການລົງທຶນ, ພັດທະນາການຄ້າ ແລະການທ່ອງທ່ຽວ. ພາບ: baohatinh.vn

ທີ່ການພົບປະ, ຜູ້ແທນຂອງ 2 ແຂວງໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງການຮ່ວມມື, ພັດທະນາການຄ້າ, ການລົງທຶນ, ການທ່ອງທ່ຽວລະຫວ່າງ 2 ທ້ອງຖິ່ນ ແລະແບ່ງປັນບົດຮຽນປະສົບການໃນການປະຕິບັດຂົງເຂດຕ່າງໆຢ່າງມີປະສິດທິຜົນ; ພ້ອມທັງ, ສຸມໃສ່ປຶກສາຫາລືມາດຕະການແກ້ໄຂ ເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ ແລະການທ່ອງທ່ຽວລະຫວ່າງສອງແຂວງ.

ພິເສດ, ບັນດາຜູ້ແທນໄດ້ຕີລາຄາສູງບົດບາດຂອງທ່າກຳປັ່ນສາກົນລາວ - ຫວຽດນາມ (ເທດສະບານກີແອງ) ໃນການພົວພັນດ້ານການຄ້າລະຫວ່າງ ຮ່າຕິງ ແລະຄຳມ່ວນ ເວົ້າສະເພາະ ແລະຮ່າຕິງ ກັບ ລາວ ເວົ້າລວມ. ຜູ້ແທນແຂວງຄຳມ່ວນ ກໍ່ສະເໜີໃຫ້ແຂວງຮ່າຕິງ ຄົ້ນຄວ້າ ແລະກໍ່ສ້າງສາງບັນຈຸເກືອ kali ຕື່ມອີກຢູ່ທ່າກຳປັ່ນວູງແອັ໊ງ ເພື່ອຮັບໃຊ້ການເຄື່ອນໄຫວຂຸດຄົ້ນ ແລະສົ່ງອອກແຮ່ທາດຂອງລາວ.

ກ່ຽວກັບຂົງເຂດການທ່ອງທ່ຽວ, ບັນດາພະແນກ, ຂະແໜງການ ແລະວິສາຫະກິດຂອງ 2 ແຂວງ ຖືວ່າ 2 ທ້ອງຖິ່ນມີທ່າໄດ້ປຽບໃນການພັດທະນາການທ່ອງທ່ຽວ, ສະນັ້ນ, ຕ້ອງສ້າງກົນໄກ, ເງື່ອນໄຂສະດວກເພື່ອໃຫ້ບັນດາ ຂະແໜງການ, ວິສາຫະກິດຮ່ວມມືພັດທະນາ.

ໂດຍ: ໄຊນີດາ