ທີ່ພິທີ, ຕາງໜ້າໃຫ້ພັກ, ລັດຖະບານ ແລະປະຊາຊົນລາວ, ທ່ານ ວຽງຊັນ ຈັນທາ ຫົວໜ້າຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດນາມ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ອ້າຍນ້ອງທີ່ຍາມໃດກໍ່ຮ່ວມມື, ຊ່ວຍເຫຼືອລາວ ຢ່າງຮອບດ້ານໃນໄລຍະຜ່ານມາ, ພິເສດແມ່ນໃນການໜູນຊ່ວຍບັນດາທ້ອງຖິ່ນທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການກໍ່ສ້າງພື້ນຖານໂຄງລ່າງຂອງລາວ.

leftcenterrightdel
ພິທີຕັດແຖບຜ້າເປີດສະຫຼອງ ແລະມອບ-ຮັບໂຄງການກໍ່ສ້າງລະບົບຊົນລະປະທານ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ວຽງຊັນ ຈັນທາ ສະເໜີອຳນາດການປົກຄອງແຂວງໄຊສົມບູນ ເປັນເຈົ້າການສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງຂອງ ລາວ ແລະຫວຽດນາມ ສືບຕໍ່ສ້າງແຜນການຈັດຕັ້ງຜັນຂະຫຍາຍວຽກງານຄຸ້ມຄອງ, ບຳລຸງຮັກສາເພື່ອຮັບປະກັນການນຳໃຊ້ໂຄງການໃຫ້ບັນລຸປະສິດທິຜົນສູງສຸດ ແລະມີລັກສະນະຍາວນານ; ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຕ້ອງມີວິທີການ ແລະແຜນການນຳໃຊ້ໂຄງການນີ້ໃຫ້ສົມກັບຄວາມປາດຖະໜາຂອງສອງພັກ, ສອງລັດ, ແນໃສ່ປະກອບສ່ວນປັບປຸງເສີມຂະຫຍາຍ, ເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ.

ໂຄງການກໍ່ສ້າງລະບົບຊົນລະປະທານ 4 ແຫ່ງຢູ່ 2 ເມືອງອະນຸວົງ ແລະທ່າໂທມ ຂຶ້ນກັບແຂວງໄຊສົມບູນ ມີຍອດຈໍານວນທຶນ 159,298 ຕື້ດົ່ງ, ໃນນັ້ນ ທຶນຊ່ວຍເຫຼືອລ້າຈາກລັດຖະບານຫວຽດນາມ ແມ່ນ 157,298 ຕື້ດົ່ງ; ທຶນສົມທົບຂອງລາວແມ່ນ 2 ຕື້ດົ່ງ. ເຈົ້າຂອງໂຄງການຝ່າຍຫວຽດນາມ ແມ່ນບໍລິສັດໃຫຍ່ຮ່ວມມືເສດຖະກິດ COECCO ແລະຝ່າຍລາວ ແມ່ນອຳນາດການປົກຄອງແຂວງໄຊສົມບູນ. ເມື່ອໄດ້ຮັບການເຄື່ອນໄຫວ, ໂຄງການຈະຮັບໃຊ້ຂົງເຂດຜະລິດກະສິກຳ, ສ້າງເງື່ອນໄຂຊຸກຍູ້ການຜະລິດສິນຄ້າເພື່ອແນໃສ່ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກໃຫ້ປະຊາຊົນທ້ອງຖິ່ນເທື່ອລະກ້າວ.

ໂດຍ: ເຈິ່ນຮວ່ຽນ