leftcenterrightdel
ທ່ານ ຟຸ່ງແຄ໊ງຕາຍ ມອບກອງທອງທີ່ເປັນສັນຍາລັກໃຫ້ແກ່ທ່ານ ຄຳພຽງ ຢາຈົງວາ. ພາບ: baophutho.vn

ຂໍສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນທີ່ສຸດຈິດສຸດໃຈ ເຊິ່ງແຂວງຟູເຖາະ ໄດ້ສະຫງວນໃຫ້ຄະນະ, ແຈ້ງຜົນງານໂດຍຫຍໍ້ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການພົວພັນຮ່ວມມືຮອບດ້ານຂອງແຂວງອຸດົມໄຊ ກັບບັນດາທ້ອງຖິ່ນຂອງຫວຽດນາມ, ທ່ານ ຄຳພຽງ ຢາຈົງວາ ເນັ້ນໜັກວ່າ: ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ໂດຍປະທານໂຮ່ຈີມິນ ແລະທ່ານປະທານໄກສອນ ພົມວິຫານ ສ້າງພື້ນຖານການນຳພັກ, ລັດ ແລະປະຊາຊົນສອງປະເທດຮຸ່ນຕ່າງໆໄດ້ເພີ່ມພູນຄູນສ້າງ; ກາຍເປັນແບບຢ່າງກ່ຽວກັບສາຍພົວພັນອັນສະໜິດແໜ້ນ, ຄວາມສັດຊື່ບໍລິສຸດລະຫວ່າງສອງພັກ ແລະປະຊາຊົນສອງປະເທດໃນໄລຍະຕໍ່ສູ້ຍາດເອົາເອກະລາດ, ເສລີພາບ, ຄວາມກ້າວໜ້າຂອງສັງຄົມ ແລະໃນພາລະກິດປ່ຽນແປງໃໝ່ ແລະກໍ່ສ້າງ ແລະພັດທະນາປະເທດຊາດໃນປະຈຸບັນ. ເຊື່ອໝັ້ນວ່າ ສາຍໃຈນີ້ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງໃນໄລຍະຈະມາເຖິງ, ທ່ານຫວັງວ່າ ແຂວງຟູເຖາະ ຈະສືບຕໍ່ໜູນຊ່ວຍແຂວງອຸດົມໄຊ ໃນຫຼາຍຂົງເຂດ; ຈັດຕັ້ງການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ຮ່ວມມືຮອບດ້ານໃນທຸກຂົງເຂດໃຫ້ນັບມື້ນັບເລິກເຊິ່ງ, ແທດຈິງ ແລະມີປະສິດທິຜົນ...

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟຸ່ງແຄ໊ງຕາຍ ໄດ້ແຈ້ງໃຫ້ຮູ້ກ່ຽວກັບສະພາບພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນປີ 2023 ແລະໃນ 6 ເດືອນຕົ້ນປີ 2024; ທິດທາງ, ແຜນງານ ແລະໂຄງການໃຫຍ່ ເຊິ່ງແຂວງຟູເຖາະ ພວມຜັນຂະຫຍາຍ, ພ້ອມທັງຢັ້ງຢືນວ່າ: ໃນໄລຍະຜ່ານມາ, ແຂວງຟູເຖາະ ໄດ້ຮັກສາ ແລະພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືກັບທ້ອງຖິ່ນຂອງລາວ, ໃນນັ້ນມີແຂວງອຸດົມໄຊ. ການພົວພັນມິດຕະພາບນັບມື້ນັບແໜ້ນແຟ້ນໄດ້ປະກອບສ່ວນຊຸກຍູ້ບັນດາທ້ອງຖິ່ນຂອງສອງປະເທດພັດທະນາຢ່າງບໍ່ຢຸດຢັ້ງ, ໃຫ້ນັບມື້ນັບຮັ່ງມີ ແລະສວຍງາມກວ່າ. ທ່ານປາດຖະໜາວ່າ ແຂວງອຸດົມໄຊ ສືບຕໍ່ພັດທະນາການພົວພັນຮ່ວມມືກັບແຂວງຟູເຖາະ; ຈັດຕັ້ງການຢ້ຽມຢາມ, ເຮັດວຽກ ແລະແລກປ່ຽນຂໍ້ມູນຂ່າວສານທີ່ສອງແຂວງມີຄວາມສົນໃຈ, ຜ່ານນັ້ນສະເໜີແນວຄວາມຄິດຮ່ວມມືໃໝ່ທີ່ເໝາະສົມກັບສະພາບເສດຖະກິດ-ສັງຄົມຕົວຈິງຂອງສອງທ້ອງຖິ່ນ...

ໂດຍ: ໄຊນີດາ