ທີ່ກອງປະຊຸມ, ການນຳແຂວງຮ່າຕິ້ງ ແລະແຂວງຄຳມ່ວນ ໄດ້ແຈ້ງໃຫ້ກັນຊາບໂດຍສັງເຂບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະທ້ອງຖິ່ນ ແລະໝາກຜົນການຮ່ວມມືລະຫວ່າງສອງແຂວງໃນໄລຍະມໍ່ໆມານີ້; ພ້ອມກັນນັ້ນ, ກໍຍົກອອກໃຫ້ເຫັນຄວາມຫຍຸ້ງຍາກ ແລະຂໍ້ຈຳກັດທີ່ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະຄວາມຮຽກຮ້ອງຕ້ອງການໃນການພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງແຂວງ.

ການນຳແຂວງຮ່າຕິ້ງ ແລະແຂວງຄຳມ່ວນ ໄດ້ຢັ້ງຢືນເຖິງຄວາມມານະພະຍາຍາມ ແລະຄວາມຕັດສິນໃຈສູງໃນການຊີ້ນຳຜັນຂະຫຍາຍບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມ ໃນກອງປະຊຸມຂັ້ນສູງລະຫວ່າງສອງແຂວງ ປີ 2023 ເຊິ່ງໄດ້ຈັດຕັ້ງຢູ່ແຂວງຄໍາມ່ວນ, ສອງແຂວງໄດ້ສຸມໃສ່ຊີ້ນຳນໍາພາຜັນຂະຫຍາຍປະຕິບັດໃຫ້ບັນລຸໄດ້ໝາກຜົນຫຼາຍຢ່າງ ໃນທຸກຂົງເຂດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: dangcongsan.vn

ບັນດາຜູ້ແທນສອງແຂວງໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື. ຕາມນັ້ນແລ້ວ, ສອງຝ່າຍສືບຕໍ່ສົມທົບກັນຍູ້ແຮງການໂຄສະນາກ່ຽວກັບມູນເຊື້ອແຫ່ງການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ ແລະລະຫວ່າງສອງແຂວງ; ເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ; ສ້າງເງື່ອນໄຂສະດວກໃຫ້ພະແນກ, ຄະນະ, ຂະແໜງການ, ທ້ອງຖິ່ນ ເພີ່ມທະວີການຮ່ຳຮຽນ ແລະແລກປ່ຽນປະສົບການໃນການປະຕິບັດງານ.

ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກຳລັງປ້ອງກັນຊາຍແດນ, ດ່ານຊາຍແດນຂອງສອງຝ່າຍໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ເພີ່ມທະວີການເຄື່ອນໄຫວແຮກສ່ຽວລະຫວ່າງບັນດາກົມກອງປ້ອງກັນຊາຍແດນ, ກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ. ສົມທົບກັນຜັນຂະຫຍາຍແຜນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ຕໍ່ສູ້ປ້ອງກັນ ແລະຕ້ານອາດຊະຍາກຳ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ.

ເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ ແລະກໍ່ສ້າງ, ພັດທະນາຊັບພະຍາກອນມະນຸດ. ສົ່ງເສີມ ແລະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດສອງແຂວງເຂົ້າມາລົງທຶນ, ດຳເນີນທຸລະກິດໃນຂົງເຂດປູກຝັງ, ລ້ຽງສັດ, ຂຸດຄົ້ນ, ປຸງແຕ່ງຜະລິດຕະພັນກະເສດ ແລະເຄື່ອງປ່າຂອງດົງ. ຍູ້ໄວຄວາມຄືບໜ້າຂອງໂຄງການກໍ່ສ້າງລະບົບຊົນລະປະທານຢູ່ເມືອງ ໜອງບົກ; ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ໂຮງງານໄຟຟ້າແຮງລົມ ຂອງວິສາຫະກິດຂອງແຂວງ ຮ່າຕິ້ງ ທີ່ລົງທຶນຢູ່ແຂວງຄໍາມ່ວນ ໄດ້ຮັບການຜັນຂະຫຍາຍໂດຍໄວ.

ໂດຍ: ທູຈາງ