ກ່ອນໜ້ານັ້ນ, ວັນທີ 18 ມິຖຸນາ, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ສົມທົບກັບຄະນະຊີ້ນໍາ 515 ທະຫານເຂດ 2 ແລະອົງການທີ່ກ່ຽວຂ້ອງຂອງລາວ ຈັດຕັ້ງພິທີຮັບ, ສົ່ງ 12 ອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນປະເທດ. ນີ້ແມ່ນບັນດາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ເຊິ່ງກອງທ້ອນໂຮມ, ຫ້ອງການເມືອງທະຫານເຂດ 2 ຊອກຫາໄດ້, ຂຸດຄົ້ນຢູ່ບ້ານເມືອງງອຍ,  ເມືອງງອຍ, ແຂວງຫຼວງພະບາງ.

ທີ່ພິທີ, ທ່ານ ວື່ອາບັ່ງ ຮອງປະທານຄະນະກໍາມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນໍາ 515 ແຂວງດ້ຽນບຽນ ເນັ້ນໜັກວ່າ ໃນຊຸມເດືອນປີຕໍ່ສູ້ຢູ່ດິນແດນລາວ, ນັກຮົບທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໄດ້ສາມັກຄີກັບທະຫານ, ປະຊາຊົນລາວ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ລໍາບາກ, ເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ປົດປ່ອຍປະເທດ, ປະກອບສ່ວນເສີມສ້າງຄວາມສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວ. ການອຸທິດສ່ວນ, ການເສຍສະຫຼະອັນໃຫຍ່ຫຼວງນັ້ນແມ່ນສັນຍາລັກອັນໂດດເດັ່ນຂອງລັດທິວິລະຊົນປະຕິວັດ, ສະແດງຄວາມມຸ່ງຫວັງຍາດເອົາເອກະລາດ, ເສລິພາບ, ຄວາມຜາສຸກໃຫ້ສອງຊາດຫວຽດນາມ-ລາວ; ຊື່ສຽງ, ຜົນງານຂອງບັນດາວິລະຊົນໜຸ່ມຈະຍືນຍົງຄົງຕົວພ້ອມກັບປະຫວັດສາດຂອງແຕ່ລະປະເທດ.

ຕາງໜ້າອໍານາດການປົກຄອງ ແລະປະຊາຊົນ 6 ແຂວງພາກເໜືອລາວ, ທ່ານພົນຈັດຕະວາ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງອຸດົມໄຊ ສະແດງຄວາມຮູ້ບຸນຄຸນຕໍ່ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດຕໍ່ສູ້ປົດປ່ອຍປະຊາຊົນລາວບັນດາເຜົ່າ. ທ່ານພົນຈັດຕະວາ ສີວອນ ໄຊຍະວົງ ຢືນຢັນວ່າ: “ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ພ້ອມກັບທະຫານ ແລະປະຊາຊົນລາວບັນດາເຜົ່າໃນການຕໍ່ສູ້ຕ້ານສັດຕູໂຕດຽວເພື່ອຍາດເອົາເອກະລາດຊາດ”.

ໜັງສຶພິມກອງທັບປະຊາຊົນເອເລັກໂຕນິກ ແນະນໍາບາງຮູບພາບໃນພິທີດັ່ງກ່າວ:

leftcenterrightdel
ທ່ານ ວື່ອາບັ່ງ ຮອງປະທານຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ແລະທ່ານພົນຈັດຕະວາ ຫງວຽນຮົ່ງທ໊າຍ ຮອງຫົວໜ້າການເມືອງທະຫານເຂດ 2 ປະຕິບັດພິທີຍົກຍ້າຍອັດຖິ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນຄະນະຊີ້ນໍາແຫ່ງຊາດ 515 ຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ. ພາບ: qdnd.vn
leftcenterrightdel
ຄະນະຜູ້ແທນຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງດ້ຽນບຽນ  ຖະຫວາຍທູບທຽນອາໄລຫານັກຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ. ພາບ: qdnd.vn
leftcenterrightdel
ການນໍາທະຫານເຂດ 2 ໄຕ້ທູບຢູ່ຂຸມຝັງສົບບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn

ໂດຍ: ໄຊນີດາ