ຕ້ອນຮັບຄະນະ, ຝ່າຍແຂວງເຊີນລາ ມີທ່ານ ຫງວຽນຖາຍຮືງ ປະທານສະພາປະຊາຊົນແຂວງເຊີນລາ; ການນຳຂອງພະແນກ, ຂະແໜງຂອງແຂວງຈຳນວນໜຶ່ງ. ທີ່ການຕ້ອນຮັບ, ຕາງໜ້າບັນດາການນຳແຂວງເຊີນລາ, ທ່ານ ຫງວຽນຖາຍຮືງ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບຄະນະປະຕິບັດງານແຂວງອຸດົມໄຊ ຢູ່ເຊີນລາ; ອວຍພອນໃຫ້ຄະນະຜູ້ແທນປະສົບຜົນສຳເລັດໃນການຢ້ຽມຢາມ ແລະເຮັດວຽກຢູ່ແຂວງ.  ທ່ານ ຫງວຽນຖາຍຮືງ ເນັ້ນໜັກວ່າ ການພົວພັນລະຫວ່າງແຂວງເຊີນລາ ແລະແຂວງອຸດົມໄຊ ຍາມໃດກໍ່ເອົາໃຈໃສ່ຍູ້ແຮງ ແລະປະຕິບັດຢ່າງຄ່ອງແຄ້ວ, ມີປະສິດທິຜົນ, ແທດຈິງ.

leftcenterrightdel
ການນຳແຂວງເຊີນລາ ຕ້ອນຮັບຄະນະຜູ້ແທນແຂວງອຸດົມໄຊ. ພາບ: baosonla.org.vn

ສອງແຂວງໄດ້ສົມທົບກັນເປັນຢ່າງດີໃນວຽກງານໂຄສະນາເຜີຍແຜ່ໃນລະບົບການເມືອງ ແລະປະຊາຊົນກ່ຽວກັບຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນສອງປະເທດເດີນທາງໄປມາຢ້ຽມຢາມຍາດຕິພີ່ນ້ອງ, ພົບປະແລກປ່ຽນວັດທະນະທຳ ແລະຄ້າຂາຍ. ເນື່ອງໃນໂອກາດບຸນເຕັດ ແລະວັນຊາດຂອງສອງປະເທດ, ສອງແຂວງໄດ້ສົ່ງຈົດໝາຍຊົມເຊີຍ ແລະສົມທົບຊີ້ນຳທຸກຂັ້ນ, ທຸກຂະແໜງການຂອງແຕ່ລະຝ່າຍຈັດຕັ້ງການເຄື່ອນໄຫວທີ່ແທດຈິງເພື່ອອວຍພອນເຊິ່ງກັນ ແລະກັນ, ເປັນຕົ້ນແມ່ນການເຄື່ອນໄຫວພົບປະແລກປ່ຽນນັກສຶກສາສາກົນຢູ່ຕາມຮາກຖານບຳລຸງກໍ່ສ້າງ...

ຕາງໜ້າຄະນະຜູ້ແທນແຂວງອຸດົມໄຊ, ທ່ານ ຄຳພຽງ ຢາຈົງວາ ໄດ້ຂອບໃຈຕໍ່ການຕ້ອນຮັບຢ່າງລອບຄອບ, ເຄົາລົບນັບຖືຂອງບັນດາການນຳແຂວງເຊີນລາ; ຕີລາຄາສູງການຊ່ວຍເຫຼືອແຂວງອຸດົມໄຊ ຂອງແຂວງເຊີນລາ  ໃນໄລຍະຜ່ານມາ ແລະຫວັງວ່າ ແຂວງເຊີນລາ ຈະສືບຕໍ່ເອົາໃຈໃສ່ເຖິງການຮ່ວມມືໃນທຸກຂົງເຂດ, ປະກອບສ່ວນນໍາການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ-ລາວ ເວົ້າລວມ, ແຂວງເຊີນລາ ແລະແຂວງອຸດົມໄຊ ເວົ້າສະເພາະໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ຊຸກຍູ້ການພົວພັນມິດຕະພາບ, ເຕັມໄປດ້ວຍຄວາມສາມັກຄີ.

ໂດຍ: ຈາງຫງວຽນ