ທີ່ການຕ້ອນຮັບ, ທ່ານນາງ ຄໍາເພົາ ເອີນທະວັນ ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນໃນຫຼາຍຂົງເຂດທີ່ແຂວງກວ໋າງຈິ ບັນລຸໄດ້. ພ້ອມທັງແຈ້ງໃຫ້ຊາບວ່າ ໃນຊຸມປີຜ່ານມາສະພາບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງປະເທດ ລາວ ໄດ້ຮັບການຮັກສາ, ເສດຖະກິດ-ສັງຄົມ ນັບມື້ນັບເຕີບໂຕຢ່າງບໍ່ຢຸດຢັ້ງ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ເຈິ່ນຕວ່ຽນ

ປີ 2024 ເປັນປີທີ່ ລາວ ເປັນປະທານອາຊຽນ ແລະເປັນປີທ່ອງທ່ຽວລາວ. ເພາະສະນັ້ນ, ລາວ ພວມພະຍາຍາມຈັດຕັ້ງເຫດການໃຫຍ່ຂອງປະເທດໃຫ້ສໍາເລັດຢ່າງດີງາມ. ທ່ານນາງ ຄໍາເພົາ ເອີນທະວັນ ສະແດງຄວາມຫວັງວ່າ ໃນໄລຍະຈະມາເຖິງ, ລາວ ແລະຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ.

leftcenterrightdel
ທ່ານ ຫວໍວັນຮຶງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນ ແຂວງກວ໋າງຈິ ມອບຊໍ່ດອກໄມ້ໃຫ້ທ່ານນາງ ຄໍາເພົາ ເອີນທະວັນ. ພາບ: ເຈິ່ນຕວ່ຽນ

ສ່ວນທ່ານ ຫວໍວັນຮຶງ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ການພົວພັນຮ່ວມມືລະຫວ່າງແຂວງກວ໋າງຈິ ກັບບັນດາແຂວງຂອງລາວ ສືບຕໍ່ມີບາດກ້າວພັດທະນາໃໝ່, ຕັ້ງໜ້າ ແລະມີປະສິດທິຜົນ. ຄຽງຂ້າງການເຊັນຂໍ້ຕົກລົງຮ່ວມມືຕາມແຕ່ລະໄລຍະກັບສອງແຂວງທີ່ມີຊາຍແດນຕິດຈອດກັນແມ່ນແຂວງສະຫວັນນະເຂດ ແລະສາລະວັນ ແລ້ວ, ໃນປີ 2023 ແຂວງກວ໋າງຈິ ຍັງໄດ້ສ້າງຕັ້ງການພົວພັນຮ່ວມມືມິດຕະພາບ ແລະເຊັນແຜນການຮ່ວມມືໄລຍະ 2024-2026 ກັບແຂວງຈໍາປາສັກ; ເຊັນບົດບັນທຶກການເຈລະຈາກັບຄະນະຜູ້ແທນຂັ້ນສູງແຂວງເຊກອງ ເພື່ອເປີດການເຄື່ອນໄຫວຮ່ວມມືມິດຕະພາບກັບບັນດາທ້ອງຖິ່ນຂອງລາວ; ປະກອບສ່ວນເພີ່ມພູນຄູນສ້າງ ແລະເພີ່ມທະວີການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ - ລາວ.

ໂດຍ: ໄຊຊະນະ