ຜ່ານການປຶກສາຫາລື, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງທະຫານເຂດ 4 ກັບບັນດາກົມກອງ, ທ້ອງຖິ່ນຂອງລາວ ໃນໄລຍະຜ່ານມາ, ໄດ້ສະແດງໃຫ້ເຫັນທັດສະນະທີ່ຖືກຕ້ອງ, ແນວທາງພົວພັນຕ່າງປະເທດທີ່ສອງພັກ, ສອງລັດ ແລະສອງກະຊວງປ້ອງກັນປະເທດໄດ້ວາງອອກ. ໃນນັ້ນ, ພົ້ນເດັ່ນແມ່ນ: ໃນປີ 2023, ກອງບັນຊາການທະຫານເຂດ 4 ໄດ້ຊີ້ນຳບັນດາອົງການທີ່ກ່ຽວຂ້ອງສົມທົບກັບບັນດາກົມກອງ, ທ້ອງຖິ່ນຂອງລາວ ຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນ, ປະຕິບັດວຽກງານເສນາທິການ, ສົມທົບກັນຊ່ວຍບັນດາກົມກອງ, ທ້ອງຖິ່ນຂອງລາວ ກໍ່ສ້າງລະບົບຮາກຖານການເມືອງທຸກຂັ້ນໃຫ້ເຂັ້ມແຂງ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຄວາມປອດໄພ, ພ້ອມທັງປະຕິບັດວຽກງານເປັນນັກຊ່ຽວຊານຢູ່ກຸ່ມບ້ານຕ່າງໆ, ການລົງທຶນຜະລິດ, ດຳເນີນທຸລະກິດເປັນຢ່າງດີ; ຜັນຂະຫຍາຍປະຕິບັດບັນດາລາຍການກໍ່ສ້າງ, ຮູບແບບ, ໂຄງການ ແລະການຮ່ວມມືແລກປ່ຽນຄະນະຜູ້ແທນຢູ່ເຂດຊາຍແດນໃຫ້ເປັນຢ່າງດີ. ສົມທົບກັນປະຕິບັດວຽກງານຊອກຫາ, ທ້ອນໂຮມ ແລະສົ່ງອັດຖິຂອງບັນດາທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນປະເທດ ແລະຜັນຂະຫຍາຍ, ປະຕິບັດໜ້າທີ່ຕ່າງໆໃຫ້ເປັນຢ່າງດີ.

leftcenterrightdel
ສອງຝ່າຍລົງນາມໃນບົດບັນທຶກການຮ່ວມມືໃນປີ 2024. ພາບ: qdnd.vn

ປີ 2024, ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະລົງນາມໃນສັນຍາຮ່ວມມືດ້ວຍເນື້ອໃນຈຳນວນໜຶ່ງຄື: ສົມທົບກັນກໍາແໜ້ນ ແລະຄຸ້ມຄອງສະພາບການຢູ່ທ້ອງຖິ່ນຢ່າງເປັນປະຈໍາ, ແຈ້ງໃຫ້ກັນຊາບກ່ຽວກັບສະພາບການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢ່າງທັນການ, ເປັນຕົ້ນແມ່ນບັນດາກົນອຸບາຍ, ເລ່ລ່ຽມມ້າງເພທຳລາຍຂອງອິດທິກໍາລັງປໍລະປັກ. ສືບຕໍ່ຍູ້ແຮງການເຄື່ອນໄຫວໂຄສະນາເພື່ອຊ່ວຍໃຫ້ປະຊາຊົນ ແລະກຳລັງປະກອບອາວຸດຂອງສອງປະເທດເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດ, ມູນເຊື້ອ ແລະອາລົມຈິດ, ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ. ທີ່ກອງປະຊຸມ, ສອງຝ່າຍໄດ້ຮັບຮອງເອົາ ແລະລົງນາມໃນບົດບັນທຶກການຮ່ວມມືປີ 2024.

ໂດຍ: ຈາງຫງວຽນ