leftcenterrightdel
ທ່ານ ຫງວຽນເຝືອກລົກ (ເບື້ອງຂວາ), ຮອງເລຂາພັກນະຄອນໂຮ່ຈີມິນ ຕ້ອນຮັບທ່ານ ຄໍາແພງ ໄຊສົມແພງ ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ. ພາບ: ສໍໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານ ຫງວຽນເຝືອກລົກ ໃຫ້ຮູ້ວ່າ: ບົນພື້ນຖານສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ, ໃນຊຸມປີຜ່ານມາ, ນະຄອນໂຮ່ຈີມິນ ກັບທ້ອງຖິ່ນຕ່າງໆຂອງລາວ, ໂດຍສະເພາະແມ່ນບັນດາທ້ອງຖິ່ນທີ່ນະຄອນ ໄດ້ສ້າງຕັ້ງການພົວພັນຮ່ວມມືມິດຕະພາບ ຄື: ນະຄອນຫຼວງວຽງຈັນ, ແຂວງຈຳປາສັກ ແລະແຂວງສະຫວັນນະເຂດ ໄດ້ມີການແລກປ່ຽນຄະນະປະຕິບັດງານຢ່າງເປັນປົກກະຕິ ແລະມີການເຄື່ອນໄຫວຮ່ວມມືມິດຕະພາບຫຼາຍຢ່າງ; ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື.

ແບ່ງປັນສະພາບການພັດທະນາເສດຖະກິດ - ສັງຄົມຂອງນະຄອນ, ທ່ານ ຫງວຽນເຝືອກລົກ ຢືນຢັນວ່າ: ນະຄອນໂຮ່ຈີມິນ ຍາມໃດກໍ່ເຄົາລົບ ແລະຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ, ເພີ່ມທະວີ ແລະພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ກັບລາວ ເວົ້າລວມ, ກັບທ້ອງຖິ່ນຂອງລາວ ເວົ້າສະເພາະ, ໃນນັ້ນ ມີແຂວງຫົວພັນ, ປະກອບສ່ວນຮັດແໜ້ນ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ.

ຂອບໃຈນະຄອນ ໂຮ່ຈີມິນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ທ່ານ ຄຳແພງ ໄຊສົມແພງ, ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງສາຍພົວພັນມິດຕະພາບແບບພິເສດລາວ-ຫວຽດນາມ ເວົ້າລວມ, ລະຫວ່າງແຂວງຫົວພັນ ແລະນະຄອນໂຮ່ຈີມິນ ເວົ້າສະເພາະ; ພ້ອມທັງກ່າວຄຳຂອບໃຈຕໍ່ການສະໜັບສະໜູນ ແລະການຊ່ວຍເຫຼືອຂອງນະຄອນໂຮ່ຈີມິນ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການໜູນຊ່ວຍກໍ່ສ້າງພື້ນຖານໂຄງລ່າງ ແລະກໍ່ສ້າງສຳນັກງານຂອງອໍານາດການປົກຄອງ.

ແບ່ງປັນຄວາມສາມາດບົ່ມຊ້ອນໃນການພັດທະນາຂອງແຂວງຫົວພັນ, ທ່ານ ຄຳແພງ ໄຊສົມແພງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ແຂວງຫົວພັນ ແລະນະຄອນໂຮ່ຈີມິນ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງທ້ອງຖິ່ນໃນຫຼາຍຂົງເຂດໃຫ້ເຂົ້າສູ່ລວງເລິກ, ແທດຈິງ; ສະເໜີໃຫ້ການນຳນະຄອນສົ່ງເສີມວິສາຫະກິດນະຄອນ ໄປລົງທຶນຢູ່ແຂວງຫົວພັນ, ໂດຍສະເພາະແມ່ນໃນຂົງເຂດທີ່ແຂວງຫົວພັນ ມີຄວາມຕ້ອງການ ແລະທາງນະຄອນມີທ່າແຮງຄື: ການພັດທະນາກະສິກຳ, ກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ.

ໂດຍ: ດັ້ງເກື່ອງ