ແຂວງແທງຮ໋ວາ ໄວ້ອາໄລ ແລະຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດຈຳນວນ 15 ອັດຖິ
ກປ.ອອນໄລ - ຕອນບ່າຍວັນທີ 16 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນດົ່ງເຕີມ, ເມືອງບາເທືອກ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງແທງຮ໋ວາ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ.
    |
 |
ແຂວງ ແທງຮ໋ວາ ໄວ້ອາໄລ ແລະ ຝັງສົບຜູ້ເສຍສະຫຼະຊີວິດເພື່ອຊາດຈຳນວນ 15 ອັດຖິ. ພາບ: ເລຖັ໊ງ |
ໃນຊຸມປີຜ່ານມາ, ໂດຍໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກຄະນະປະຕິບັດງານພິເສດຂອງສອງລັດຖະບານຫວຽດນາມ - ລາວ, ຄະນະພັກ, ກອງບັນຊາການທະຫານເຂດ 4 ແລະຄະນະຊີ້ນຳ 515 ທະຫານເຂດ 4, ຄະນະປະຕິບັດງານພິເສດແຂວງແທງຮ໋ວາ ແລະແຂວງຫົວພັນ ໄດ້ຊາບຊຶມ, ຜັນຂະຫຍາຍວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດຢູ່ປະເທດເພື່ອນລາວ. ລະດູແລ້ງ 2023-2024, ກອງທ້ອນໂຮມກອງບັນຊາການທະຫານແຂວງແທງຮ໋ວາ ຕັ້ງໜ້າຜ່ານຜ່າຄວາມຫຍຸ້ງຍາກ, ສົມທົບກັນຢ່າງແໜ້ນແຟ້ນກັບທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຂອງລາວ ເພື່ອຊອກຫາ, ເຕົ້າໂຮມໄດ້ 15 ອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ສະຫຼະຊີວິດເພື່ອຊາດ. ເປັນທີ່ຮູ້ກັນວ່າອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ເຕົ້າໂຮມຢູ່ເມືອງ ວຽງໄຊ, ຊຳເໜືອ, ສົບເບົ່າ, ຊຽງຄໍ້... ຂອງແຂວງຫົວພັນ. ທັງ 15 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ມີເງື່ອນໄຂຢ່າງພຽງພໍເພື່ອເກັບຕົວຢ່າງຮັບໃຊ້ວຽກງານສັນລະສູດ DNA ແນໃສ່ກໍານົດຊື່ ແລະນາມສະກຸນ.
ໂດຍ: ໄຊນີດາ