ເນື່ອງໃນໂອກາດບຸນປີໃໝ່ຂອງປະເທດ ສປປ ລາວ ແລະບຸນປີໃໝ່ Chol Chhnam Thmey ຂອງລາຊະອານາຈັກ ກຳປູເຈຍ, ທ່ານນາງ ຫວໍທິແອັງຊວນ ຮັກສາການປະທານປະເທດ  ໄດ້ສົ່ງຈົດໝາຍ ແລະກະເຊົ້າດອກໄມ້ອວຍພອນເຖິງພະບາດສົມເດັດພະບໍລົມມະນຽດກຳປູເຈຍ Preah Bat Samdech Preah Boromneath Norodom Sihamoni; ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດລາວ ແລະທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດລາວ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສົ່ງຈົດໝາຍອວຍພອນ ແລະກະເຊົ້າດອກໄມ້ເຖິງທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ແລະທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Moha Borvor Thipadei Hun Manet; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງຈົດໝາຍ ແລະກະເຊົ້າດອກໄມ້ອວຍພອນເຖິງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ທ່ານປະທານສະພາສູງກຳປູເຈຍ Samdech Moha Sena Padei Techo Hun Sen ແລະທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Moha Rotsaphea Thipadei Khuon Sudary.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ໃນຈົດໝາຍສົ່ງເຖິງບັນດາການນຳ ລາວ, ບັນດາການນຳຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ປະເທດ ລາວ ອ້າຍນ້ອງ ຈະແກ້ໄຂທຸກຄວາມຫຍຸ້ງຍາກ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວ, ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ຢ່າງມີໄຊ, ຍາດໄດ້ໄຊຊະນະຢ່າງໃຫຍ່ຫຼວງກວ່າອີກໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດ;  ພິເສດ, ເຊື່ອໝັ້ນວ່າ ສປປ ລາວ ຈະດໍາລົງຕຳແໜ່ງປະທານອາຊຽນ 2024, ປະທານ AIPA ຄັ້ງທີ 45 ປະສົບຜົນສໍາເລັດ, ຖານະບົດບາດ, ທີ່ຕັ້ງຂອງ ສປປ ລາວ ຈະສືບຕໍ່ໄດ້ຮັບການຍົກສູງຂຶ້ນໃນພາກພື້ນ ແລະໃນເວທີສາກົນ.

ໃນຈົດໝາຍສົ່ງເຖິງການນຳລາຊະອານາຈັກ ກຳປູເຈຍ, ການນຳຫວຽດນາມ ອວຍພອນໃຫ້ປະເທດ ແລະປະຊາຊົນກຳປູເຈຍ ຕ້ອນຮັບບຸນເຕັດ Chol Chhnam Thmey 2024 ດ້ວຍຄວາມເບີກບານມ່ວນຊື່ນ ແລະໄດ້ຮັບຜົນງານຫຼາຍຢ່າງກວ່າໃນໄລຍະຈະມາເຖິງ.

ໂດຍ: ທະນາພອນ