ທ່ານພົນຈັດຕະວາ ເລຫງອກຫາຍ ໄດ້ສົ່ງຄຳອວຍພອນມາຍັງທ່ານ ສຸພັນ ຫາດາວເຮືອງ ຫົວໜ້າກົງສູນໃຫຍ່ລາວ ປະຈໍານະຄອນດ່ານັ໊ງ ແລະຄອບຄົວ ພ້ອມດ້ວຍພະນັກງານ, ລັດຖະກອນທຸກຖ້ວນໜ້າທີ່ພວມປະຕິບັດງານຢູ່ສະຖານກົງສູນໃຫຍ່ ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະຕິບັດສຳເລັດໜ້າທີ່ ເຊິ່ງພັກ ແລະລັດ ລາວ ມອບໝາຍໃຫ້; ພ້ອມກັນນັ້ນ ກໍສົ່ງຄຳອວຍພອນອັນດີງາມມາຍັງບັນດາການນຳພັກ, ລັດ ແລະປະຊາຊົນລາວບັນດາເຜົ່າ ໃນໂອກາດບຸນປີໃໝ່ປະຈຳຊາດ.

leftcenterrightdel
ທ່ານພົນຈັດຕະວາ ເລຫງອກຫາຍ, ຮອງຜູ້ບັນຊາການ ທັງເປັນຫົວໜ້າເສນາທິການທະຫານເຂດ 5  ພ້ອມດ້ວຍຄະນະປະຕິບັດງານ ມອບຂອງຂວັນອວຍພອນປີໃໝ່ ຢູ່ສະຖານກົງສູນໃຫຍ່ລາວ ປະຈໍານະຄອນດ່ານັ້ງ. ພາບ: qdnd.vn

ທ່ານພົນຈັດຕະວາ ເລຫງອກຫາຍ ກໍ່ໄດ້ຫວນຄືນບາງຈຸດພົ້ນເດັ່ນ ໃນການພົວພັນຮ່ວມມືລະຫວ່າງພັກ, ລັດ ແລະກອງທັບຂອງສອງປະເທດເວົ້າລວມ ແລະ ລະຫວ່າງທະຫານເຂດ 5 ກັບບັນດາທ້ອງຖິ່ນໃນບໍລິເວນກັບກຳລັງປະກອບອາວຸດ 4 ແຂວງ ທາງພາກໃຕ້ຂອງລາວ ເວົ້າສະເພາະໃນໄລຍະຜ່ານມາ. ພ້ອມກັນນັ້ນກໍ່ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ໂດຍເສີມຂະຫຍາຍນ້ຳໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ, ສອງຝ່າຍຈະສືບຕໍ່ປະຕິບັດສຳເລັດທຸກໜ້າທີ່ ເຊິ່ງພັກ, ລັດ ແລະປະຊາຊົນສອງປະເທດມອບໝາຍໃຫ້.

ສ່ວນທ່ານ ສຸພັນ ຫາດາວເຮືອງ ຫົວໜ້າກົງສູນໃຫຍ່ລາວ ປະຈໍານະຄອນດ່ານັ໊ງ ກໍ່ສະແດງຄວາມປິຕິຊົມຊື່ນ ເມື່ອໄດ້ຕ້ອນຮັບຄະນະປະຕິບັດງານຂອງກອງບັນຊາການທະຫານເຂດ 5 ທີ່ມາຢ້ຽມຢາມ, ອວຍພອນປີໃໝ່, ພ້ອມທັງອວຍກອນໃຫ້ສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ທູຈາງ