ທ່ານນາງອຸປະທູດຊົ່ວຄາວ ບຸ່ຍທິເຫວະ ໄດ້ອວຍພອນທ່ານ ຄຳພັນ ອັ່ນລາວັນ ເອກອັກຄະລັດຖະທູດລາວ ປະຈຳ ໄທ ແລະພະນັກງານ, ພາລະກອນສະຖານທູດລາວ ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ, ທ່ານນາງ ບຸ່ຍທິເຫວະ ຢືນຢັນວ່າ ພາຍໃຕ້ການນຳພາຢ່າງສະຫຼາດສ່ອງໃສ ແລະຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ, ປະຈຸບັນປະຊາຊົນລາວບັນດາເຜົ່າມີຊີວິດອິ່ມໜຳສຳລານ, ມີຄວາມຜາສຸກ, ເສດຖະກິດພັດທະນາເປັນປົກກະຕິ ແລະໝັ້ນຄົງ.

leftcenterrightdel
ທ່ານນາງອຸປະທູດຊົ່ວຄາວ ບຸ່ຍທິເຫວະ ອວຍພອນທ່ານ ຄໍາພັນ ອັ່ນລາວັນ ເອກອັກຄະລັດຖະທູດລາວ ປະຈຳ ໄທ  ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງອຸປະທູດຊົ່ວຄາວ ບຸ່ຍທິເຫວະ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະສະໜັບສະໜູນ ແລະຊ່ວຍເຫຼືອລາວ ປະຕິບັດສຳເລັດໜ້າທີ່ເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ແລະເຊື່ອໝັ້ນວ່າ ລາວ ຈະຈັດຕັ້ງບັນດາການເຄື່ອນໄຫວໃນປີນີ້ປະສົບຜົນສຳເລັດ; ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ ນັບມື້ນັບພັດທະນາ.

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດລາວ, ທ່ານນາງອຸປະທູດຊົ່ວຄາວ ບຸ່ຍທິເຫວະ ໄດ້ມອບກະຕ່າດອກໄມ້ໃຫ້ທ່ານເອກອັກຄະລັດຖະທູດລາວ ຄຳພັນ ອັ່ນລາວັນ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດລາວ ປະຈຳ ໄທ ແລະອວຍພອນໃຫ້ປະຊາຊົນລາວບັນດາເຜົ່າ ປີໃໝ່ມີຄວາມຢູ່ເຢັນເປັນສຸກ, ຈະເລີນຮຸ່ງເຮືອງ.

ທ່ານ ຄຳພັນ ອັ່ນລາວັນ ເອກອັກຄະລັດຖະທູດລາວ ປະຈຳ ໄທ ໄດ້ຂອບໃຈທ່ານນາງອຸປະທູດຊົ່ວຄາວ ບຸ່ຍທິເຫວະ ແລະໃຫ້ຮູ້ວ່າ ພະນັກງານ, ພາລະກອນຂອງສະຖານທູດລາວ ແລະສະຖານທູດຫວຽດນາມ ປະຈຳ ໄທ ມີໂອກາດພົບປະແລກປ່ຽນເປັນປະຈຳ, ສະນັ້ນຈະເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນໃນຊີວິດ ກໍ່ຄືໃນການປະຕິບັດງານຢູ່ປະເທດໄທ.

ໂດຍ: ຈາງຫງວຽນ