ກ່າວຄຳເຫັນທີ່ການພົບປະ, ທ່ານນາງ ດິງທິລົວ ຮອງເລຂາພັກແຂວງຮ່ານາມ ໃຫ້ຮູ້ວ່າ: ປີ 1979, ແຂວງຮ່ານາມ, ຫວຽດນາມ ໃນສະໄໝກ່ອນ (ປັດຈຸບັນໄດ້ແຍກອອກເປັນບັນດາແຂວງ ນາມດິງ, ນິງບິ່ງ, ຮ່ານາມ) ແລະ ແຂວງອຸດົມໄຊ ໄດ້ເປັນແຂວງແຮກສ່ຽວ, ຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະກັນ ແລະພ້ອມກັນພັດທະນາ; ສະນັ້ນ ສອງທ້ອງຖິ່ນຕ້ອງຍູ້ແຮງການພົບປະແລກປ່ຽນວັດທະນະທຳ, ເປີດກ້ວາງການຮ່ວມມືໃນບາງຂົງເຂດ, ຜັນຂະຫຍາຍການເຄື່ອນໄຫວຮ່ວມມືທີ່ມີຄວາມໝາຍ ແລະແທດຈິງໃຫ້ຫຼາຍຂື້ນຕື່ມ, ຜ່ານນັ້ນກໍ່ຮັດແໜ້ນການພົວພັນມິດຕະພາບອັນໝັ້ນແກ່ນ, ຮອບດ້ານລະຫວ່າງສອງທ້ອງຖິ່ນ.

leftcenterrightdel
ທ່ານ ບຸນຄົງ ຫຼ້າຈຽມພອນ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ແລະ ທ່ານນາງ ດິງທິລົວ, ຮອງເລຂາທິການພັກແຂວງຮ່ານາມ. ພາບ: baohanam.com.vn

ສ່ວນທ່ານ ບຸນຄົງ ຫຼ້າຈຽມພອນ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ຢັ້ງຢືນວ່າ: ຈະສືບຕໍ່ຜັນຂະຫຍາຍບັນດາເອກະສານທີ່ໄດ້ເຊັ່ນຮ່ວມກັນໃຫ້ເປັນຢ່າງດີ; ຮັກສາສາຍພົວພັນອັນດີງາມຂອງສອງທ້ອງຖິ່ນ; ຫວັງຢາກໃຫ້ແຂວງຮ່ານາມ ໜູນຊ່ວຍກ່ຽວກັບວຽກງານບຳລຸງສ້າງຊັບພະຍາກອນມະນຸດ, ແບ່ງບັນບົດຮຽນປະສົບການ ໃນການສ້າງສູນບໍລິຫານລັດຂັ້ນແຂວງ ແລະ ການກໍ່ສ້າງຊົນນະບົດໃໝ່.

ໂດຍ: ກວຽດເຕິມ