leftcenterrightdel
ທ່ານ ຫງວຽນດຶກຮວ່າ ຮອງຫົວໜ້າອົງການປະກັນສັງຄົມຫວຽດນາມ ເປັນປະທານການເຮັດວຽກ. ພາບ: Vietnam+

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຫງວຽນດຶກຮວ່າ ຖືວ່າ: ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດ, ເພື່ອແນໃສ່ສືບຕໍ່ການເຄື່ອນໄຫວຮ່ວມມືລະຫວ່າງອົງການປະກັນສັງຄົມຫວຽດນາມ ແລະອົງການປະກັນສັງຄົມແຫ່ງຊາດລາວ ຜັນຂະຫຍາຍໃນຂອບເຂດບົດບັນທຶກຊ່ວຍຈຳລະຫວ່າງສອງອົງການໃນໄລຍະ 2022-2025.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ບົວຫອມ ພົມມະຈັນ, ຮອງຫົວໜ້າອົງການປະກັນສັງຄົມລາວ ເຊື່ອໝັ້ນວ່າ ສອງຝ່າຍຈະເພີ່ມທະວີ ແລະຊຸກຍູ້ການພົວພັນຮ່ວມມືຮອບດ້ານເພື່ອແນໃສ່ຍົກສູງຄວາມສາມາດປະຕິບັດນະໂຍບາຍສະຫວັດດີການສັງຄົມ, ມີຄຸນນະພາບ ແລະປະສິດທິຜົນໃນການຮັບໃຊ້ປະຊາຊົນ ແລະວິສາຫະກິດຂອງແຕ່ລະປະເທດ.  ລາຍການປະຕິບັດງານຂອງຄະນະຜູ້ແທນອົງການປະກັນສັງຄົມແຫ່ງຊາດລາວ ຈະສຸມໃສ່ແລກປ່ຽນ ແລະແບ່ງປັນບົດຮຽນປະສົບການໃນວຽກງານກວດກາ ແລະກວດກາການປະຕິບັດລະບອບ ແລະນະໂຍບາຍປະກັນໄພສັງຄົມ.

leftcenterrightdel
ທ່ານນາງ ບົວຫອມ ພົມມະຈັນ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: Vietnam+

ທີ່ການເຮັດວຽກ, ທ່ານ ຫງວຽນດຶກຮວ່າ ພ້ອມດ້ວຍການນຳຂອງບາງຫົວໜ່ວຍໃນອົງການປະກັນສັງຄົມຫວຽດນາມ ໄດ້ປຶກສາຫາລື ແລະຕອບຄຳຖາມຂອງຜູ້ແທນອົງການປະກັນສັງຄົມລາວ ກ່ຽວກັບບາງເນື້ອໃນກ່ຽວຂ້ອງເຖິງວຽກງານກວດກາປະກັນໄພສັງຄົມ ແລະປະກັນສຸຂະພາບ ກໍ່ຄືຮັບປະກັນສະຫວັດດີການສັງຄົມຂອງສອງປະເທດ...

ທ່ານນາງ ບົວຫອມ ພົມມະຈັນ ຫວັງວ່າ ສອງອົງການຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດກວດກາວິຊາສະເພາະຂະແໜງປະກັນສັງຄົມເວົ້າສະເພາະ ແລະຮັບປະກັນສະຫວັດດີການສັງຄົມເວົ້າລວມ, ປະກອບສ່ວນຊຸກຍູ້ການພົວພັນຫວຽດນາມ-ລາວ ໃຫ້ສືບຕໍ່ພັດທະນາຢ່າງແຮງໃນໄລຍະຈະມາເຖິງ.

ໂດຍ: ໄຊນີດາ