ໃນຂອບເຂດການໄປຢ້ຽມຢາມ ແລະເຮັດວຽກຢູ່ລາວ, ເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ ກຳປູເຈຍ - ລາວ - ຫວຽດນາມ, ຕອນເຊົ້າວັນທີ 4 ທັນວາ, ຢູ່ທີ່ສະໜາມບິນສາກົນ ວັດໄຕ, ນະຄອນຫຼວງວຽງຈັນ, ສະຫາຍປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມ ແລະເປັນສັກຂີພິຍານໃນພິທີລົງນາມສັນຍາການຮ່ວມມືຮອບດ້ານລະຫວ່າງສາຍການບິນວຽດເຈດ (Vietjet Air) ກັບສາຍການບິນລາວ (Lao Airlines) ແລະຖະແຫຼງການເປີດເສັ້ນທາງບິນໃໝ່ເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ກັບນະຄອນໂຮ່ຈີມິນ.

leftcenterrightdel
ສາຍການບິນ Vietjet Air ແລະ Lao Airline ລົງນາມສັນຍາການຮ່ວມມືຮອບດ້ານ. ພາບ: vietnamplus.vn

ເຂົ້າຮ່ວມພິທີລົງນາມສັນຍາມີ ສະຫາຍ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍການນຳຂອງກະຊວງ, ຂະແໜງການຂອງທັງສອງປະເທດ. ນີ້ຖືວ່າເປັນຂີດໝາຍສຳຄັນ ບໍ່ພຽງແຕ່ລະຫວ່າງວິສາຫະກິນຂອງທັງສອງຝ່າຍເທົ່ານັ້ນ, ແຕ່ຍັງເປັນມູນເຊື້ອການຮ່ວມມືພັດທະນາລະຫວ່າງ ຫວຽດນາມ-ລາວ ອ້າຍນ້ອງບ້ານໃກ້ເຮືອນຄຽງອັນດີງາມອີກດ້ວຍ.

ຕາມສັນຍາທີ່ໄດ້ລົງນາມ, Vietjet Air ແລະ Lao Airlines ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານທາງດ້ານການຂົນສົ່ງຜູ້ໂດຍສານ ແລະຂົນສົ່ງສິນຄ້າ, ພ້ອມທັງເປີດກວ້າງການຮ່ວມມືທາງດ້ານເຕັກນິກ, ສ້ອມແປງ, ບຳລຸງຮັກສາເຮືອບິນ ແລະບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທາງການບິນ…

ເສັ້ນທາງບິນເຊື່ອມຕໍ່ລະຫວ່າງນະຄອນຫຼວງ ວຽງຈັນ ກັບນະຄອນ ໂຮ່ຈີມິນ, ຈະເປີດໃນເດືອນ ກຸມພາ ປີ 2024, ຄາດວ່າຈະເປີດໃຫ້ບໍລິການຜູ້ໂດຍສານ 4 ຖ້ຽວ ຕໍ່ອາທິດ, ກ່ຽວກັບເວລາບິນໃນແຕ່ລະຖ້ຽວແມ່ນປະມານ 1 ໂມງ 45 ນາທີ.

ເສັ້ນທາງບິນໃໝ່ຂອງ Vietjet Air ຕັ້ງຄວາມຫວັງໄວ້ວ່າຈະປະກອບສ່ວນເຂົ້າໃນການຊຸກຍູ້ດ້ານການຄ້າ, ການທ່ອງທ່ຽວ, ການພົບປະແລກປ່ຽນວັດທະນະທຳລະຫວ່າງສອງປະເທດ, ສ້າງຜົນງານອັນດີງາມຕື່ມອີກໃນການພົວພັນຮ່ວມມືທີ່ເປັນມູນເຊື້ອ, ສະໜິດຕິດພັນລະຫວ່າງສອງປະເທດ, ສອງຊາດ.

ຢູ່ທີ່ສະໜາມບິນສາກົນ ວັດໄຕ, ສະຫາຍປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມເຖິງພື້ນທີ່ໂຮງເຮືອບຳລຸງຮັກສາ ແລະດູແລ ຮານກາ (Hangar) ຂອງ Vietjet Air.

ໂດຍ:​ ໄພລິນ ບຸນຍັງ