ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ກອງພົນນ້ອຍລູກສອນໄຟຝັ່ງ 679
ກປ.ອອນໄລ - ວັນທີ 21 ກັນຍາ, ທ່ານພັນເອກພິເສດ ເລຫງັອກລອງ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ແລະທ່ານພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ລາວ ໄດ້ນໍາໜ້າຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ກອງພົນນ້ອຍລູກສອນໄຟຝັ່ງ 679, ເນື່ອງໃນໂອກາດຄະນະມາຝຶກອົບຮົມວຽກງານສື່ມວນຊົນຢູ່ຫວຽດນາມ.
    |
 |
ພັນເອກພິເສດ ຫງວຽນແທັງຕຸ່ງ ຫົວໜ້າການເມືອງກອງພົນນ້ອຍລູກສອນໄຟຝັ່ງ 679 ແນະນໍາໂດຍສັງເຂບກ່ຽວກັບວິວັດການກໍາເນີດ ແລະພັດທະນາຂອງກົມກອງ. ພາບ: ດັ້ງເກື່ອງ. |
ທີ່ການເຮັດວຽກ, ທ່ານພັນເອກພິເສດ ຫງວຽນແທັງຕຸ່ງ ຫົວໜ້າການເມືອງກອງພົນນ້ອຍລູກສອນໄຟຝັ່ງ 679, ກອງບັນຊາການທະຫານເຮືອ ເຂດ 1 ໄດ້ແນະນໍາໂດຍສັງເຂບກ່ຽວກັບວິວັດການກໍາເນີດ ແລະພັດທະນາຂອງກອງພົນນ້ອຍ, ພາລະບົດບາດ, ໜ້າທີ່ ແລະບັນດາຜົນງານ ທີ່ບັນລຸໄດ້ຂອງກົມກອງໃນວິວັດການປະຕິບັດງານ, ອົບຮົມຫັດແອບ ແລະສູ້ຮົບ.
    |
 |
ພັນເອກພິເສດ ເລຫງັອກລອງ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ດັ້ງເກື່ອງ. |
ທ່ານພັນເອກພິເສດ ເລຫງັອກລອງ ໃຫ້ຮູ້ວ່າ ໜັງສືພິມກອງທັບປະຊາຊົນ ລາວ ແມ່ນໜຶ່ງໃນບັນດາກົມກອງທີ່ສະໜິດຕິດພັນກັບໜັງສືພິມກອງທັບປະຊາຊົນຫວຽດນາມ. ສອງກົມກອງ ໄດ້ຕິດຕໍ່ພົວພັນ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນວຽກງານວິຊາສະເພາະເປັນປະຈໍາ. ການຢ້ຽມຢາມ ແລະເຮັດວຽກຢູ່ກອງພົນນ້ອຍລູກສອນໄຟຝັ່ງ 679 ມື້ນີ້ ແມ່ນໜຶ່ງໃນບັນດາເນື້ອໃນສໍາຄັນໃນແຜນການຝຶກອົບຮົມໃຫ້ແກ່ພະນັກງານໜັງສືພິມກອງທັບປະຊາຊົນລາວ, ຊ່ວຍໃຫ້ເພື່ອນ ຊອກຮູ້ຕົວຈິງຢູ່ບາງກົມກອງໃນກອງທັບປະຊາຊົນຫວຽດນາມ, ເພື່ອເວລາກັບຄືນປະເທດຈະສາມາດໝູນໃຊ້ບົດຮຽນທີ່ຝຶກອົບຮົມຢູ່ຫວຽດນາມ ໃນວຽກງານຂອງຕົນ.
    |
 |
ພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ລາວ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ດັ້ງເກື່ອງ. |
ຕາງໜ້າຄະນະ, ທ່ານພັນໂທ ຄອນສະຫວັນ ໄຊຍະລາດ ສະແດງຄວາມປິຕິຊົມຊື່ນ ທີ່ໄດ້ມາຢ້ຽມຢາມ, ເຮັດວຽກ, ແລກປ່ຽນບົດຮຽນ ແລະຂອບໃຈຕໍ່ການຕ້ອນຮັບອັນສົມກຽດ, ຮອບຄອບຖີ່ຖ້ວນຂອງການນໍາກອງພົນນ້ອຍ.
ທ່ານພັນໂທ ຄອນສະຫວັນ ໄຊຍະລາດ ໃຫ້ຮູ້ວ່າ “ການໄປທັດສະນະສຶກສາຕົວຈິງ ແມ່ນໂອກາດເພື່ອໃຫ້ພວກຂ້າພະເຈົ້າ ຮຽນຮູ້ຮູບແບບ, ວີທີເຮັດທີ່ດີໃນກົມກອງ ກອງທັບປະຊາຊົນຫວຽດນາມ, ຜ່ານນັ້ນຈະໝູນໃຊ້ຄວາມຮູ້, ບົດຮຽນໃຫ້ດີທີ່ສຸດເຂົ້າໃນກົມກອງຂອງຕົນ.
ບາງຮູບພາບທີ່ການໄປທັດສະນະສຶກສາຕົວຈິງ:
    |
 |
ຄະນະພະນັກງານໜັງສືພິມກອງທັບປະຊາຊົນ ລາວ ຢ້ຽມຊົມຫໍມູນເຊື້ອຂອງກອງພົນນ້ອຍລູກສອນໄຟຝັ່ງ 679. ພາບ: ດັ້ງເກື່ອງ. |
    |
 |
ຄະນະພະນັກງານໜັງສືພິມກອງທັບປະຊາຊົນລາວ ຢ້ຽມຊົມສວນພັກເພີ່ມພູນຜະລິດຜົນຂອງກອງພົນນ້ອຍລູກສອນໄຟຝັ່ງ 679. ພາບ: ດັ້ງເກື່ອງ. |
    |
 |
ບັນດາຜູ້ແທນ ຖ່າຍຮູບເປັນທີ່ລະນຶກ. ພາບ: ດັ້ງເກື່ອງ. |
ໂດຍ: ໄຊຊະນະ