ປິດຊຸດຝຶກອົບຮົມວຽກງານຂົນຂວາຍປະຊາຊົນ ແລະເຕັກນິກການພິມໃຫ້ພະນັກງານກອງທັບປະຊາຊົນລາວ
ກປ.ອອນໄລ - ຕອນບ່າຍວັນທີ 25 ພຶດສະພາ, ທີ່ຮ່າໂນ້ຍ, ກົມຂົນຂວາຍປະຊາຊົນ ແລະກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມວຽກງານຂົນຂວາຍປະຊາຊົນ ແລະເຕັກນິກການພິມປີ 2023 ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ.
    |
 |
ພົນຈັດຕະວາ ໂດ໊ແທັງລອງ ກ່າວຄໍາເຫັນປິດຊຸດຝຶກອົບຮົມ. ພາບ: qdnd.vn |
ກ່າວຄໍາເຫັນທີ່ພິທີປິດ, ພົນຈັດຕະວາ ໂດ໊ແທັງລອງ ຮອງຫົວໜ້າກົມໂຄສະນາອົບຮົມ ເນັ້ນໜັກວ່າ, ເນື້ອໃນຂອງຊຸດຝຶກອົບຮົມເກືອບໜຶ່ງເດືອນຜ່ານມານີ້ໄດ້ຕິດແທດກັບເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ, ໃນນັ້ນ ໄດ້ສຸມໃສ່ແລກປ່ຽນ, ຄົ້ນຄວ້າກ່ຽວກັບຖານະບົດບາດ, ຄວາມໝາຍ, ເນື້ອໃນ, ຮູບການ, ວິທີການດໍາເນີນວຽກງານຂົນຂວາຍຂອງກອງທັບ ໃນການເຂົ້າຮ່ວມການສ້າງລະບົບຮາກຖານການເມືອງ, ສົມທົບການເຄື່ອນໄຫວກັບບັນດາອົງການການເມືອງ-ສັງຄົມ...
    |
 |
ບັນດາຜູ້ແທນເຂົ້າຮ່ວມພິທີປິດຊຸດຝຶກອົບຮົມ. ພາບ: qdnd.vn |
ຕາມການຕີລາຄາຂອງສະຫາຍພົນຈັດຕະວາ ໂດ໊ແທັງລອງ ແລ້ວ ຊຸດຝຶກອົບຮົມໄດ້ປະຕິບັດສໍາເລັດຢ່າງຈົບງາມ, ຖືກຕາມລາຍການ, ແຜນການທີ່ໄດ້ວາງອອກ, ພົນຈັດຕະວາ ໂດ໊ແທັງລອງ ສະເໜີໃຫ້ບັນດາພະນັກງານກອງທັບປະຊາຊົນລາວ ສືບຕໍ່ຄົ້ນຄວ້າ, ນໍາໃຊ້ເນື້ອໃນຂອງຊຸດຝຶກອົບຮົມເຂົ້າໃນສະພາບຕົວຈິງ, ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຂອງກອງທັບປະຊາຊົນລາວໃຫ້ສອດຄ່ອງ.
    |
 |
ພົນຈັດຕະວາ ໂດ໊ແທັງລອງ ມອບໃບຢ້ັງຢືນສຳເລັດຊຸດຝຶກອົບຮົມເຕັກນິກການພິມໃຫ້ພະນັກງານກອງທັບປະຊາຊົນລາວ. ພາບ: qdnd.vn |
    |
 |
ພັນເອກພິເສດ ເບ໊ຫ໋າຍຈ່ຽວ ຮອງຫົວໜ້າກົມຂົນຂວາຍປະຊາຊົນ ມອບໃບຢັ້ງຢືນສຳເລັດຊຸດຝຶກອົບຮົມວຽກງານຂົນຂວາຍປະຊາຊົນໃຫ້ພະນັກງານ ກອງທັບປະຊາຊົນລາວ. ພາບ: qdnd.vn |
ສ່ວນສະຫາຍພັນໂທ ວັນໄຊ ຢາຫົງທອງ ຮອງຫົວໜ້າກົມກໍ່ສ້າງຮາກຖານ (ກົມໃຫຍ່ການເມືອງກອງທັບປະຊາຊົນລາວ) ຢັ້ງຢືນວ່າ ຊຸດຝຶກອົບຮົບໄດ້ປະກອບຄວາມຮູ້ຊ່ວຍໃຫ້ບັນດາພະນັກງານຂອງກອງທັບປະຊາຊົນລາວ ຍົກລະດັບຄວາມຮູ້ດ້ານວິຊາສະເພາະ, ວິຊາການຂອງຕົນ, ພ້ອມທັງມີຄວາມເຂົ້າໃຈກ່ຽວກັບປະເທດ, ປະຊາຊົນ, ວັດທະນະທໍາຫວຽດນາມ ຂຶ້ນຕື່ມ. ພັນໂທ ວັນໄຊ ຢາຫົງທອງ ຖືວ່າ ຜົນສໍາເລັດຂອງຊຸດຝຶກອົບຮົມໄດ້ປະກອບສ່ວນປັບປຸງນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງກອງທັບສອງປະເທດ ຫວຽດນາມ-ລາວ.
ໂດຍ: ໄຊນີດາ