ຮ່າຕິ້ງ ຈັດພິທີໄວ້ອາໄລ ແລະປົງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ
ກປ.ອອນໄລ - ວັນທີ 23 ພຶດສະພາ, ຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເນີິ່ມ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງຮ່າຕິ້ງ ໄດ້ຈັດພິທີໄວ້ອາໄລ ແລະປົງອັດຖິນັກຮົບອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ.
ເຂົ້າຮ່ວມພິທີມີສະຫາຍ ຫວໍຈ້ອງຫາຍ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ; ມີຜູ້ຕາງໜ້າຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ, ແຂວງ ບໍລິຄຳໄຊ ຂອງປະເທດ ສປປ ລາວ; ມີຜູ້ຕາງໜ້າບັນດາພະແນກການ, ຄະນະ, ຂະແໜງການຂອງທ້ອງຖິ່ນ; ບັນດາອົງການຈັດຕັ້ງການເມືອງ, ສັງຄົມ ແລະປະຊາຊົນທຸກຊັ້ນຄົນ.
    |
 |
ການນຳແຂວງຮ່າຕິ້ງ ຖະຫວາຍທູບທຽນອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: ເຢືອງຮວ່າງ |
ທີ່ພິທີ, ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ສັກສິດ ແລະຕື້ນຕັນໃຈ, ບັນດາຜູ້ແທນໄດ້ຖະຫວາຍທູບທຽນ, ດອກໄມ້ ເພື່ອສະແດງຄວາມເສົ້າສະຫຼົດໃຈ ແລະເສຍດາຍຢ່າງສຸດຊຶ້ງ, ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທີ່ບໍ່ເສຍດາຍເລືອດເນື້ອ, ເສຍສະຫຼະຊີວິດເພື່ອສັນຕິພາບ, ອິດສະຫຼະພາບຂອງຊາດ ແລະປະຕິບັດໜ້າທີ່ສາກົນອັນສູງສົ່ງ.
    |
 |
ກຳລັງປະກອບອາວຸດແຂວງຮ່າຕິ້ງ ຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ເຢືອງຮວ່າງ |
    |
 |
ພິທີປົງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: ເຢືອງຮວ່າງ |
ພາຍຫຼັງພິທີໄວ້ອາໄລ, ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 10 ຊຸດ ໄດ້ປົງໄວ້ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເນີ່ມ, ເມືອງເຮືອງເຊີນ.
ໂດຍ: ແສງເດືອນ