ປະກອບສ່ວນປັບປຸງການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ
ກປ.ອອນໄລ - ຕອນບ່າຍວັນທີ 22 ພຶດສະພາ, ຢູ່ກອງ 871 (ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ), ວາລະສານທ່ົວປວງຊົນປ້ອງກັນຊາດ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມວິຊາສະເພາະໃຫ້ແກ່ພະນັກງານວາລະສານປ້ອງກັນຊາດ ກອງທັບປະຊາຊົນລາວ.
ພົນຈັດຕະວາ ຕະກວາງຈວຽນ, ຫົວໜ້າບັນນາທິການວາລະສານທ່ົວປວງຊົນປ້ອງກັນຊາດຕີລາຄາວ່າ ຊຸດຝຶກອົບຮົມໄດ້ປະຕິບັດຖືກຕາມແຜນການ, ເນື້ອໃນລາຍການທີ່ໄດ້ວາງອອກ ແລະບັນລຸໝາກຜົນທີ່ດີ. ບັນດານັກສໍາມະນາກອນໄດ້ຮັບການຄົ້ນຄວ້າ, ຊອກຮູ້, ແລກປ່ຽນບົດຮຽນກ່ຽວກັບ: ວິທີການຈັດຕັ້ງ, ການເຄື່ອນໄຫວຂອງວາລະສານທ່ົວປວງຊົນປ້ອງກັນຊາດ... ບັນດານັກສໍາມະນາກອນຍັງໄດ້ໄປທັດສະນະສຶກສາ ແລະແລກປ່ຽນບົດຮຽນ, ປະສົບການຕົວຈິງຢູ່ບາງອົງການ, ກົມກອງ.
    |
 |
ສະຫາຍພົນຈັດຕະວາ ຕະກວາງຈວຽນ ມອບໃບຢັ້ງຢືນສຳເລັດຊຸດຝຶກອົບຮົມໃຫ້ພະນັກງານວາລະວານປ້ອງກັນຊາດ ກອງທັບປະຊາຊົນລາວ. ພາບ: qdnd.vn |
ສະຫາຍພົນຈັດຕະວາ ຕະກວາງຈວຽນ ເນັ້ນໜັກວ່າ, ກວ່າ 2 ອາທິດທິ່ຜ່ານມາ ແມ່ນໄລຍະເວລາທີ່ລໍ້າຄ່າເພື່ອໃຫ້ສອງຝ່າຍຍົກສູງຄວາມຮູ້, ຖອດຖອນບົດຮຽນ, ປະສົບການ, ແລກປ່ຽນທັກສະຄົ້ນຄວ້າ, ບັນນາທິການ, ໂຄສະນາ... ຮັບໃຊ້ໃຫ້ແກ່ພາລະກິດກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ, ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດໃນສະພາບການໃໝ່. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພະນັກງານວາລະວານປ້ອງກັນຊາດ ກອງທັບປະຊາຊົນລາວຊອກຮູ້ກ່ຽວກັບປະເທດຊາດ, ຊາວຫວຽດນາມ, ວັດທະນະທໍາຫວຽດນາມ, ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມຮູ້, ປັບປຸງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງກອງທັບ ແລະປະຊາຊົນສອງປະເທດຢ່າງບໍ່ຢຸດຢັ້ງ. ຜ່ານການຝຶກອົບຮົມຄັ້ງນີ້, ຫວັງວ່າບັນດາສະຫາຍພະນັກງານວາລະວານປ້ອງກັນຊາດ ກອງທັບປະຊາຊົນລາວ ຈະໝູນໃຊ້ຄວາມຮູ້, ບົດຮຽນ, ປະສົບການທີ່ຖອດຖອນມາໄດ້ຈາກຊຸດຝຶກອົບຮົມເຂົ້າໃນເງື່ອນໄຂລະອຽດຂອງກອງທັບ ແລະປະເທດລາວ, ຜ່ານນັ້ນປະກອບສ່ວນພັດທະນາວຽກງານໂຄສະນາຂອງກອງທັບປະຊາຊົນລາວ ຢ່າງບໍ່ຢຸດຢັ້ງໃນໄລຍະຈະມາເຖິງ.
ໂດຍ: ທະນາພອນ