    |
 |
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນເຮືອງກວາງ (ຫວູກວາງ) ເດີນທາງໄປປະຕິບັດໜ້າທີ່ລາດຕະເວນປົກປັກຮັກສາຊາຍແດນ. ພາບ: baohatinh.vn |
ພາຍຫຼັງການລາດຕະເວນທີ່ຫຍຸ້ງຍາກລຳບາກເປັນເວລາ 1 ອະທິດ, ທັງ 3 ໜ່ວຍລາດຕະເວນຊາຍແດນຂອງຄ້າຍທະຫານຊາຍແດນບານຢ່າງ (ເມືອງເຮືອງເຄ) ໄດ້ປະຕິບັດສໍາເລັດໜ້າທີ່ ແລະກັບຄືນມາກົມກອງຢ່າງປອດໄພ. ໃນຄັ້ງນີ້, ບັນດາໜ່ວຍລາດຕະເວນໄດ້ອອກເດີນທາງເພື່ອໄປປະຕິບັດໜ້າທີ່ຢູ່ເສັ້ນຊາຍແດນທີ່ມີໄລຍະທາງກວ່າ 19 ກິໂລແມັດ, ມີຫຼັກໝາຍຊາຍແດນ 5 ຫຼັກ (ແຕ່ 510-515) ແລະຈຸດຫຼັກໝາຍ 511/1.
ໜ່ວຍລາດຕະເວນແຕ່ລະໜ່ວຍມີສະມາຊິກ 9 ຄົນ, ໃນນັ້ນມີພະນັກງານ, ນັກຮົບຊາຍແດນ 6 ຄົນ, ພະນັກງານປົກປັກຮັກສາປ່າຂອງບໍລິສັດປ່າໄມ້ ຈຸກອາ ຈໍາກັດຜູ້ດຽວ 1 ຄົນ, ທະຫານລາດປ້ອງກັນຕົວຂອງຕາແສງ ເຮືອງວິງ 1 ຄົນ ແລະທະຫານລາດຂອງຕາແສງເຮືອງເລິມ 1 ຄົນ. ຮູບການປະຕິບັດແມ່ນລາດຕະເວນແບບເປີດເຜີຍສົມທົບກັບການລາດຕະເວນແບບປິດລັບ.
    |
 |
ໜ່ວຍລາດຕະເວນຊາຍແດນເລກ 2 ຂອງຄ້າຍທະຫານຊາຍແດນບານຢ່າງ ໄປກວດກາ, ປົກປັກຮັກສາຫຼັກໝາຍຊາຍແດນທີ 514 ໃນວັນທີ 16 ພຶດສະພາ 2022. ພາບ: baohatinh.vn |
ເພື່ອຮັບປະກັນຄວາມປອດໄພ, ບັນລຸໄດ້ຕາມຈຸດປະສົງ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ, ຄ້າຍທະຫານຊາຍແດນບານຢ່າງ ໄດ້ເປັນເຈົ້າການສ້າງແຜນການ, ວິທີການລາດຕະເວນ, ລະດົມກໍາລັງໃຈພະນັກງານ, ນັກຮົບ ແລະຮັບປະກັນວັດຖຸອຸປະກອນ, ຢຸກຢາ, ເຄື່ອງໃຊ້ທີ່ຈໍາເປັນຢ່າງທັນການ ແລະຄົບຖ້ວນ. ໃນເວລາລາດຕະເວນ, ແຕ່ລະໜ່ວຍໄດ້ປະຕິບັດບັນດາມາດຕະການວິຊາຊີບຊາຍແດນຢ່າງເຂັ້ມງວດ, ຄົບຊຸດ, ມີໄຫວພິບ ແລະມີປະສິດທິຜົນ. ພິເສດ, ແຕ່ລະໜ່ວຍໄດ້ກວດກາຫຼັກໝາຍເພື່ອຫຼີກລ້ຽງສະພາບການຫຼັກໝາຍຖືກຍົກຍ້າຍ, ແຕກບິ່ນ...
    |
 |
ໜ່ວຍລາດຕະເວນຊາຍແດນເລກ 3 ຂອງຄ້າຍທະຫານຊາຍແດນບານຢ່າງ ແລະກໍາລັງສົມທົບໄດ້ພາກັນໄປປະຕິບັດການກວດກາຢູ່ຫຼັກໝາຍຊາຍແດນທີ 515 ໃນວັນທີ 17 ພຶດສະພາ 2023. ພາບ: baohatinh.vn |
ອ້າຍ ຟານຈ້ອງນາມ ຫົວໜ້າຄ້າຍທະຫານຊາຍແດນບານຢ່າງ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າຈັດຕັ້ງການລາດຕະເວນ ເດືອນໜຶ່ງເທື່ອໜຶ່ງເພື່ອກວດກາສະພາບການເຂດຊາຍແດນ, ຫຼັກໝາຍຊາຍແດນ ແລະພົບເຫັນ, ຕໍ່ສູ້, ແກ້ໄຂບັນດາການກະທໍາລະເມີດອະທິປະໄຕຢ່າງທັນການ, ເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນຢ່າງເປັນປະຈໍາ.
    |
 |
ໜ່ວຍລາດຕະເວນຊາຍແດນເລກ 3 ຂອງຄ້າຍທະຫານຊາຍແດນ ຝຸຢາ ແລະກໍາລັງສົມທົບ ປະຕິບັດພິທີການຂໍ່ານັບຫຼັກໝາຍຊາຍແດນທີ 509 ໃນວັນທີ 18 ພຶດສະພາ 2023. ພາບ: baohatinh.vn |
ໃນສະພາບການທີ່ຫຍຸ້ງຍາກສັບສົນທາງຊາຍແດນ ສະນັ້ນ ນັບແຕ່ວັນທີ 14 ເມສາ ມາຮອດປະຈຸບັນ, ຄ້າຍທະຫານຊາຍແດນຝຸຢາ (ເຮືອງເຄ) ໄດ້ຈັດແບ່ງໜ່ວຍລາດຕະເວນ 3 ໜ່ວຍເພື່ອປະຕິບັດການລາດຕະເວນຢູ່ເສັ້ນຊາຍແດນທີ່ມີໄລຍະທາງຍາວ 23 ກິໂລແມັດ ແລະຫຼັກໝາຍຊາຍແດນ 8 ຫຼັກທີ່ຢູ່ໃນຄວາມຮັບຜິດຊອບ, ຄຸ້ມຄອງ, ປົກປັກຮັກສາຂອງຕົນ. ໜ່ວຍລາດຕະເວນຊາຍແດນແຕ່ລະໜ່ວຍມີພະນັກງານ, ນັກຮົບຂອງກົມກອງ 7 ຄົນ ແລະທະຫານລາດຂອງຕາແສງຝຸຢາ 2 ຄົນ.
    |
 |
ກໍາລັງເຂົ້າຮ່ວມການລາດຕະເວນຊາຍແດນ, ຫຼັກໝາຍຊາຍແດນຢູ່ຝຸຢາ ກິນເຂົ້າໃນທ່າມກາງພູຜາປ່າໄມ້. ພາບ: baohatinh.vn |
ພັນຕີ ເຈືອງແມ້ງເກື່ອງ ຮອງຫົວໜ້າຮັບຜິດຊອບຄ້າຍທະຫານຊາຍແດນ ຝຸຢາ ໃຫ້ຮູ້ວ່າ: “ເຖິງວ່າບໍ່ພົບເຫັນການລະເມີດກໍ່ຕາມ ແຕ່ວ່າການລາດຕະເວນຄັ້ງຕ່າງໆນັ້ນຍັງຮັບປະກັນໃຫ້ໄດ້ຕາມຈຸດປະສົງ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ ແລະຮັບປະກັນຄວາມປອດໄພຢ່າງເດັດຂາດກ່ຽວກັບຊີວິດ, ວັດຖຸອຸປະກອນ, ອາວຸດ.
ນອກຈາການກວດກາ, ຮັບປະກັນສະພາບການນັ້ນ ກໍາລັງລາດຕະເວນ ກໍ່ໄດ້ຈັດຕັ້ງການຖາງຫຍ້າ, ເຮັດອະນາໄມຢູ່ອ້ອມແອ້ມຫຼັກໝາຍ, ຈຸດຫຼັກໝາຍ, ເສັ້ນຊາຍແດນຢູ່ເບື້ອງຂອງເຮົາ ແລະເປັນເຈົ້າການຕໍ່ສູ້, ນາບຂູ່, ສະກັດກັ້ນກໍລະນີລະເມີດຊາຍແດນຢ່າງຜິດກົດໝາຍ, ບັນດາການເຄື່ອນໄຫວຂອງອາດຊະຍາກໍາ, ຕ້ານ ແລະທຳລາຍ, ຂຸດຄົ້ນຊັບພະຍາກອນທຳມະຊາດ...”.
    |
 |
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ຮວ່າຫາຍ ເດີນທາງໄປກວດກາຊາຍແດນ, ຫຼັກໝາຍຊາຍແດນ, ຈຸດຫຼັກໝາຍຊາຍແດນ. ພາບ: baohatinh.vn |
ໃນໄລຍະຜ່ານມາ, ສະພາບການໆຢູ່ເສັ້ນຊາຍແດນລະຫວ່າງປະເທດເຮົາກັບເພື່ອນມິດລາວ ຍາມໃດກໍ່ເກີດຫຼາຍປັດໄຈສັບສົນກ່ຽວກັບການຂ້າມຊາຍແດນ, ການເຂົ້າອອກເມືອງຜິດກົດໝາຍ, ການຄ້າເຖື່ອນ, ຂົນສົ່ງຢາເສບຕິດ, ການແຜ່ລະບາດໂຄວິດ-19, ຂຸດຄົ້ນ ແລະຂົນສົ່ງເຄື່ອງປ່າຂອງດົງ, ຊັບພະຍາກອນທຳມະຊາດຜິດກົດໝາຍ...
ສະນັ້ນ, ບັນດາກົມກອງຊາຍແດນ ທີ່ຕັ້ງທັບຢູ່ຕາມເສັ້ນຊາຍແດນທີ່ມີໄລຍະທາງ 164 ກິໂລແມັດ, ລວມມີ: ຄ້າຍທະຫານຊາຍແດນດ່ານສາກົນເກົ່າແຈວ, ຄ້າຍທະຫານຊາຍແດນເຊີນຮ່ົງ (ເຮືອງເຊີນ), ຄ້າຍທະຫານຊາຍແດນເຮືອງກວາງ (ຫວູກວາງ), ຄ້າຍທະຫານຊາຍແດນຮວ່າຫາຍ, ຄ້າຍທະຫານຊາຍແດນຝຸຢາ, ຄ້າຍທະຫານຊາຍແດນບານຢ່າງ (ເຮືອງເຄ) ຈຶ່ງໄດ້ເພີ່ມທະວີການເຄື່ອນໄຫວລາດຕະເວນ, ຄວບຄຸມເພື່ອຕໍ່ສຸ້ສະກັດກັ້ນ.
    |
 |
ທະຫານຊາຍແດນເຊີນຮົ່ງ ສົມທົບກັນລາດຕະເວນ ຢູ່ເຂດຊາຍແດນ. ພາບ: baohatinh.vn |
ພັນເອກ ບຸ່ຍຫວຽດຢຸງ ຮອງຫົວໜ້າເສນາທິການ ກອງບັນຊາການທະຫານຊາຍແດນແຂວງຮ່າຕິງ ໃຫ້ຮູ້ວ່າ: “ປີ 2022, ບັນດາກົມກອງທະຫານຊາຍແດນຢູ່ຕາມເສັ້ນຊາຍແດນທາງບົກ ໄດ້ຈັດຕັ້ງການລາດຕະເວນຊາຍແດນຝ່າຍດຽວໄດ້ 55 ຄັ້ງ, ມີພະນັກງານ, ນັກຮົບເຂົ້າຮ່ວມ 406 ເທື່ອຄົນ, ການລາດຕະເວນຊາຍແດນສອງຝ່າຍໄດ້ 2 ຄັ້ງ, ມີພະນັກງານ, ນັກຮົບເຂົ້າຮ່ວມ 20 ຄົນ ແລະໃນ 5 ເດືອນຕົ້ນປີ 2023 ໄດ້ປະຕິບັດການລາດຕະເວນຊາຍແດນຝ່າຍດຽວໄດ້ 30 ຄັ້ງ, ມີພະນັກງານ, ນັກຮົບເຂົ້າຮ່ວມ 200 ຄົນ.
ຜ່ານການລາດຕະເວນດັ່ງກ່າວນັ້ນໄດ້ປະກອບສ່ວນປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນ, ຮັກສາອະທິປະໄຕຜືນແຜ່ນດິນອັນຄົບຖ້ວນໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນ ແລະຕໍ່ສູ້ຕ້ານອາດຊະຍາກໍາປະເພດຕ່າງໆ, ບັນດາອິດທິກໍາລັງປໍລະປັກ, ສະກັດກັ້ນພະຍາດບໍ່ໃຫ້ແຜ່ລະບາດໄດ້ຢ່າງມີປະສິດທິຜົນ... ການລາດຕະເວນຄັ້ງຕ່າງໆຂອງກໍາລັງທະຫານຊາຍແດນກໍ່ໄດ້ປະກອບສ່ວນສໍາຄັນເຂົ້າໃນການກໍ່ສ້າງເສັ້ນຊາຍແດນລວມແຫ່ງສັນຕິພາບ, ວັດທະນາຖາວອນ, ພັດທະນາ”.
ໂດຍ: ເກື່ອງດັ້ງ