ຄະນະຜູ້ແທນການນຳແມ່ຍິງການຕ່າງປະເທດຫວຽດນາມ - ລາວ ເຮັດວຽກຢູ່ນະຄອນ ຫາຍຟ່ອງ
ກປ.ອອນໄລ - ຕອນບ່າຍວັນທີ 19 ພຶດສະພາ, ສະຫາຍ ຮວ່າງມິງເກື່ອງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນການນຳແມ່ຍິງການຕ່າງປະເທດຫວຽດນາມ - ລາວ ນໍາໂດຍສະຫາຍນາງ ອາລຸນີ ກົມມະສິດ, ພັນລະຍາຂອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະສະຫາຍນາງ ຫວູທິບິກຫງອກ ພັນລະຍາຂອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ພ້ອມກັນໄປຢ້ຽມຢາມ ແລະເຮັດວຽກຢູ່ນະຄອນ ຫາຍຟ່ອງ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: thanhphohaiphong.gov.vn |
ທີ່ການຕ້ອນຮັບ, ສະຫາຍ ຮວ່າງມິງເກື່ອງ, ຮອງປະທານຄະນະກຳມະການປະຊາຊົນນະຄອນຫາຍຟ່ອງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ນະຄອນ ຫາຍຟ່ອງ ແລະບັນດາທ້ອງຖິ່ນຂອງລາວ ໄດ້ມີການພົວພັນຮ່ວມມືອັນດີງາມໃນຫຼາຍຂົງເຂດ. ທາງນະຄອນໄດ້ເຊັນສັນຍາມິດຕະພາບ ແລະການຮ່ວມມືກັບແຂວງວຽງຈັນ ແລະແຂວງອຸດົມໄຊ ມາແຕ່ປີ 2011, ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດຕ່າງໆ, ຄື: ການກໍ່ສ້າງພັກ ແລະອໍານາດການປົກຄອງ, ການສຶກສາ-ກໍ່ສ້າງ, ຍຸຕິທຳ, ການລົງທຶນ-ການຄ້າ, ການທ່ອງທ່ຽວ, ກະສິກຳ ແລະການທູດປະຊາຊົນ…
ໃນໄລຍະຈະມາເຖິງ, ສະຫາຍ ຮວ່າງມິງເກື່ອງ ຫວັງວ່າ ການພົບປະແລກປ່ຽນຄະນະຜູ້ແທນລະຫວ່າງນະຄອນຫາຍຟ່ອງ ກັບບັນດາທ້ອງຖິ່ນຂອງລາວ ຈະສືບຕໍ່ໄດ້ຮັບການປັບປຸງເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ, ປະກອບສ່ວນເຂົ້າໃນການປັບປຸງນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ; ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ ເວົ້າລວມ, ນະຄອນ ຫາຍຟ່ອງ ແລະບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ…
    |
 |
ສະຫາຍນາງ ອາລຸນີ ກົມມະສິດ ສະແດງຄວາມຂອບໃຈຕໍ່ການນໍານະຄອນຫາຍຟ່ອງ ທີ່ໄດ້ໃຫ້ການຕ້ອນຮັບຄະນະ. ພາບ: thanhphohaiphong.gov.vn |
ສ່ວນສະຫາຍນາງ ອາລຸນີ ກົມມະສິດ ກໍ່ແບ່ງປັນວ່າ ການມາເຮັດວຽກກັບນະຄອນ ຫາຍຟ່ອງ ແມ່ນໂອກາດເພື່ອໃຫ້ຄະນະໄດ້ຊອກຮູ້ຮ່ຳຮຽນເອົາທ່າແຮງແຂງຂອງນະຄອນ ໃນການພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ການພົບປະແລກປ່ຽນ ແລະຖອດຖອນບົດຮຽນໃນວຽກງານແມ່ຍິງລະຫວ່າງສອງຝ່າຍ. ສະຫາຍນາງ ອາລຸນີ ກົມມະສິດ ປາດຖະໜາຢາກໃຫ້ການນຳນະຄອນ ຫາຍຟ່ອງ ເພີ່ມທະວີການແນະນຳ ແລະໂຄສະນາກ່ຽວກັບປະເທດຊາດ ແລະປະຊາຊົນລາວບັນດາເຜົ່າ ໃຫ້ປະຊາຊົນນະຄອນຫາຍຟ່ອງ ຮັບຮູ້ຫຼາຍກວ່າອີກ.
ໂດຍ: ທູຈາງ