ການພົວພັນຮ່ວມມືລະຫວ່າງອົງການສ່ວຍສາອາກອນ ຫວຽດນາມ - ລາວ ນັບມື້ນັບໝັ້ນແກ່ນ
ກປ.ອອນໄລ - ກົມໃຫຍ່ພາສີ ຫາກໍ່ມີການພົບປະກັບຄະນະຜູ້ແທນອົງການສ່ວຍສາອາກອນລາວ ນໍາໂດຍທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ (ກະຊວງການເງິນລາວ) ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ກົມໃຫຍ່ພາສີ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ມາຍຊວນແທ່ງ ຮັກສາການຫົວໜ້າກົມໃຫຍ່ພາສີຫວຽດນາມ ຢືນຢັນວ່າ: ການພົວພັນຮ່ວມມືໃນຂົງເຂດການເງິນ-ອາກອນລະຫວ່າງສອງປະເທດນັບມື້ນັບໝັ້ນແກ່ນ ແລະ ເຂົ້າສູ່ລວງເລິກ.
    |
 |
ທ່ານ ມາຍຊວນແທ່ງ ຕ້ອນຮັບທ່ານ ບຸນປະເສີດ ສີກຸນລະບຸດ. ພາບ: ທຸ່ຍລິງ |
ພາຍຫຼັງການຕ້ອນຮັບຂອງທ່ານ ມາຍຊວນແທ່ງ ຮັກສາການຫົວໜ້າກົມໃຫຍ່ພາສີຫວຽດນາມ, ຄະນະຜູ້ແທນກະຊວງການເງິນລາວ ໄດ້ມີການເຮັດວຽກກັບບັນດາກົມກອງຂອງກົມໃຫຍ່ພາສີ.
ທີ່ການເຮັດວຽກ, ທ່ານ ຫວູຈີຮຸ່ງ - ຮອງຫົວໜ້າກົມໃຫຍ່ພາສີ ໄດ້ຕີລາຄາສູງການພົບປະແລກປ່ຽນ ແລະການສົມທົບວຽກງານຢ່າງມີປະສິດທິຜົນຂອງອົງການສ່ວຍສາອາກອນ ຫວຽດນາມ - ລາວ ໃນໄລຍະຜ່ານມາ. ທ່ານ ຫວູຈີຮຸ່ງ ປາດຖະໜາວ່າ, ເພື່ອສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນ, ພັດທະນາ ແລະຮັດແໜ້ນການພົວພັນຮ່ວມມືແບບຍືນຍົງ, ໜູນຊ່ວຍເຊິ່ງກັນ ແລະກັນ ແລະພ້ອມກັນພັດທະນາລະຫວ່າງອົງການສ່ວຍສາອາກອນສອງປະເທດກວ່າອີກ, ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ເສີມຂະຫຍາຍບັນດາໝາກຜົນການຮ່ວມມືທີ່ບັນລຸໄດ້”.
    |
 |
ອົງການສ່ວຍສາອາກອນຫວຽດນາມ ແລະອົງການສ່ວຍສາອາກອນລາວ ແລກປ່ຽນມາດຕະການ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດອາກອນ. ພາບ: ທຸ່ຍລິງ |
ທ່ານ ບຸນປະເສີດ ສີກຸນລະບຸດ ຖືວ່າ: ໃນໄລຍະທີ່ຜ່ານມາ, ອົງການສ່ວຍສາອາກອນຫວຽດນາມ ໄດ້ໜູນຊ່ວຍອົງການສ່ວຍສາອາກອນລາວ ໃນການປັບປຸງຄວາມສາມາດຄຸ້ມຄອງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການຄຸ້ມຄອງພື້ນຖານເສດຖະກິດໃຫ້ນັບມື້ນັບດີຂຶ້ນ ແລະເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ. ຕາມນັ້ນແລ້ວ, ດ້ວຍຄວາມມານະພະຍາຍາມໃນການຄຸ້ມຄອງອາກອນ ແລະປະຕິຮູບການບໍລິຫານ, ໃນປີ 2022 ກົມສ່ວຍສາອາກອນ ລາວ ບັນລຸໝາກຜົນການເຄື່ອນໄຫວໄດ້ດີ, ລື່ນກາຍ 5% ຂອງແຜນການທີ່ໄດ້ຮັບການມອບໝາຍ. ກົມສ່ວຍສາອາກອນລາວ ປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍ, ແລກປ່ຽນບົດຮຽນໃນວຽກງານຄຸ້ມຄອງອາກອນຂອງອົງການສ່ວຍສາອາກອນຫວຽດນາມ.
ໂດຍ: ທະນາພອນ