ຊຸດບໍາລຸງພາສາຫວຽດນາມ ໃຫ້ພະນັກງານ, ທະຫານລາວ ຈະດໍາເນີນແຕ່ເດືອນມີນາ ປີ 2023
ກປ.ອອນໄລ - ວັນທີ 11 ກຸມພາ, ຕາມຂ່າວຈາກກອງບັນຊາການທະຫານແຂວງເຊີນລາ ແລ້ວ ຄະນະປະຈໍາການສະພາສະໜອງເຂດປ້ອງກັນແຂວງເຊີນລາ ຫາກໍ່ຈັດຕັ້ງຜັນຂະຫຍາຍການປະຕິບັດແຜນການ ເລກທີ 31/KH-UBND ວັນທີ 2 ກຸມພາ ປີ 2023 ຂອງຄະນະກໍາມະການປະຊາຊົນແຂວງເຊີນລາ ກ່ຽວກັບການຄັດເລືອກບໍາລຸງພາສາຫວຽດນາມ ໃຫ້ພະນັກງານ, ທະຫານຂຶ້ນກັບກໍາລັງປະກອບອາວຸດ 9 ແຂວງຂອງປະເທດ ສປປ ລາວ ໃນປີ 2023.
    |
 |
|
ບັນຍາກາດທີ່ການປະຊຸມ. ພາບ: qdnd.vn |
ຕາມນັ້ນແລ້ວ, ຊຸດບໍາລຸງດໍາເນີນແຕ່ເດືອນມີນາ ຫາເດືອນທັນວາ ປີ 2023 ຢູ່ກອງພັນໃຫຍ່ 754, ກອງບັນຊາການທະຫານແຂວງເຊີນລາ. ເພື່ອໃຫ້ຊຸດບໍາລຸງບັນລຸເປົ້າໝາຍ, ຄວາມຮຽກຮ້ອງທີ່ໄດ້ວາງອອກ, ກອງບັນຊາການທະຫານແຂວງເຊີນລາ (ຄະນະປະຈໍາການສະພາສະໜອງເຂດປ້ອງກັນແຂວງເຊີນລາ) ສົມທົບກັບບັນດາພະແນກ, ຂະແໜງທີ່ກ່ຽວຂ້ອງຮັບປະກັນຜັນຂະຫຍາຍວຽກງານຄັດເລືອກ; ລາຍການ, ແຜນການບໍາລຸງສ້າງຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານຄຸນນະພາບ, ຄວາມຄືບໜ້າ, ມາດຕະຖານກ່ຽວກັບພາສາຫວຽດນາມ ແລະມອບໃບຢັ້ງຢືນໃຫ້ນັກຮຽນຕາມຂໍ້ກໍານົດໃນປະຈຸບັນ. ປະຕິບັດວຽກງານສົມທົບກັນຕ້ອນຮັບ ແລະຄຸ້ມຄອງນັກຮຽນຕ່າງປະເທດທີ່ຮຽນຢູ່ແຂວງເຊີນລາ ເປັນຢ່າງດີ; ຜັນຂະຫຍາຍບັນດາລະບຽບການເຂົ້າເມືອງໃຫ້ພະນັກງານ, ທະຫານຂຶ້ນກັບກອງບັນຊາການທະຫານແຂວງບັນດາແຂວງປະເທດລາວ; ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ; ສ້າງເງື່ອນໄຂທີ່ສະດວກທີ່ສຸດໃຫ້ທະຫານ, ກໍາລັງປະກອບອາວຸດບັນດາແຂວງຂອງປະເທດ ສປປ ລາວ ໃນການດໍາເນີນຊີວິດ, ຮໍ່າຮຽນໃຫ້ບັນລຸຜົນງານສູງສຸດ.
ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ, ມີຄວາມໝາຍປະກອບສ່ວນສືບຕໍ່ເປີດກວ້າງສາຍພົວພັນຮ່ວມມືສາກົນມິດຕະພາບອັນດີງາມລະຫວ່າງກອງບັນຊາການທະຫານແຂວງເຊີນລາ ແລະກອງບັນຊາການທະຫານແຂວງບັນດາແຂວງ ປະເທດ ສປປ ລາວ; ລະຫວ່າງແຂວງເຊີນລາ ກັບບັນດາແຂວງ ປະເທດ ສປປ ລາວ.
ໂດຍ: ຈາງຫງວຽນ