ສະຖານທູດ ລາວ ປະຈໍາ ສະຫະພັນລັດເຊຍ ອວຍພອນບຸນປີໃໝ່ປະຈໍາຊາດ ຫວຽດນາມ
ກປ.ອອນໄລ - ວັນທີ 18 ມັງກອນ, ຄະນະຜູ້ແທນສະຖານທູດ ລາວ ປະຈໍາ ສະຫະພັນລັດເຊຍ ນໍາໂດຍ ທ່ານນາງ ວິລະວັນ ເຢ່ຍປໍເຮີ່ ເອກອັກຄະລັດຖະທູດ ລາວ ພ້ອມຄະນະ ໄດ້ມາອວຍພອນສະຖານທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີເຖາະ 2023.
ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ສະໜິດສະໜົມ, ເປີດອົກເປີດໃຈ, ທ່ານນາງ ວິລະວັນ ເຢ່ຍປໍເຮີ່ ໄດ້ສົ່ງຄໍາອວຍພອນປີໃໝ່ມາຍັງປະຊາຊົນຫວຽດນາມ ທຸກຖ້ວນໜ້າ, ກໍຄື ພະນັກງານ, ລັດຖະກອນ ສະຖານທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ.
    |
 |
ຜູ້ຕາງໜ້າສະຖານທູດຫວຽດນາມ ແລະສະຖານທູດລາວ ຖ່າຍຮູບເປັນທີ່ລະນຶກ. ພາບ: nhandan.vn |
ທ່ານນາງ ວິລະວັນ ເຢ່ຍປໍເຮີ່ ສະແດງຄວາມປິຕິຊົມຊື່ນຕໍ່ຜົນງານພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ; ທ່ານນາງ ຢັ້ງຢືນວ່າ ສອງສະຖານທູດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການເຄື່ອນໄຫວພົວພັນຕ່າງປະເທດ, ກໍຄືການພົບປະແລກປ່ຽນມິດຕະພາບໃນໄລຍະຈະມາເຖິງ.
ຂອບໃຈທ່ານນາງ ເອກອັກຄະລັດຖະທູດ ວິລະວັນ ເຢ່ຍປໍເຮີ່ ແລະຄະນະ ທີ່ໄດ້ມາອວຍພອນບຸນເຕັດ, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ສະຫະພັນລັດເຊຍ ຕີລາຄາສູງນໍ້າໃຈມິດຕະພາບພິເສດ ເຊິ່ງ ພັກ, ລັດ ແລະປະຊາຊົນລາວ ໄດ້ສະຫງວນໃຫ້ແກ່ພັກ, ລັດ ແລະປະຊາຊົນຫວຽດນາມ. ທ່ານ ດັ້ງມິງຄອຍ ຢັ້ງຢືນວ່າ ໃນປີ 2023, ການພົວພັນຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແຮງ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ. ສອງສະຖານທູດ ຈະຮ່ວມມືຢ່າງແໜ້ນແຟ້ນ, ສືບຕໍ່ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ ດ້ວຍການເຂົ້າຮ່ວມຂອງນັກສຶກສາສອງປະເທດ ຢູ່ ລັດເຊຍ, ຍູ້ແຮງບັນດາການເຄື່ອນໄຫວສິລະປະວັດທະນະທໍາ, ກິລາ.
    |
 |
ບັນດາຜູ້ແທນ ຮັບຊົມລາຍການສະແດງສິລະປະ. ພາບ: nhandan.vn |
ໃນບັນຍາກາດຟົດຟື້ນມ່ວນຊື່ນຕ້ອນຮັບບຸນປີໃໝ່ປະຈໍາຊາດ ປີເຖາະ 2023, ສອງເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານ, ລັດຖະກອນສະຖານທູດ ຍົກຈອກອວຍພອນປີໃໝ່, ອວຍໄຊໃຫ້ພອນປີໃໝ່ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະປະສົບຜົນສໍາເລັດໃນໜ້າທີ່ການງານ, ພ້ອມກັນມານະພະຍາຍາມເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.
ໂດຍ: ໄຊຊະນະ