ຢ້ຽມຢາມ ແລະມອບຂອງຂວັນໃຫ້ນັກສຶກສາລາວ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີເຖາະ 2023
ກປ.ອອນໄລ - ຕອນບ່າຍວັນທີ 17 ມັງກອນ, ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງແທັງຮວ໊າ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງແທັງຮວ໊າ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງຫວຽດນາມ.
ໃນປັດຈຸບັນມີນັກສຶກສາລາວ ກວ່າ 300 ຄົນ ທີ່ພວມຮໍ່າຮຽນຢູ່ແຂວງແທັງຮວ໊າ. ໃນນັ້ນມີນັກສຶກສາຫຼາຍຄົນຢູ່ຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມ.
    |
 |
ການນໍາສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງແທັງຮວ໊າ ຢ້ຽມຢາມ ແລະມອບຂອງຂວັນໃຫ້ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງແທັງຮວ໊າ. ພາບ: baothanhhoa.vn |
ຢູ່ບັນດາສະຖານທີ່ເຊິ່ງຄະນະໄປຢ້ຽມຢາມ, ການນໍາສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງແທັງຮວ໊າ ໄດ້ຢື້ຢາມຖາມຂ່າວກ່ຽວກັບສຸຂະພາບ, ການຮໍ່າຮຽນຂອງພວກນ້ອງ, ອວຍພອນໃຫ້ພວກນ້ອງຕ້ອນຮັບບຸນເຕັດຢູ່ແຂວງ ໃຫ້ມີຄວາມເບີກບານມ່ວນຊື່ນ, ພະຍາຍາມຝຶກຝົນຫຼໍ່ຫຼອມ, ຮໍ່າຮຽນ ເພື່ອໃຫ້ກາຍເປັນພົນລະເມືອງທີ່ດີ, ເປັນປະໂຫຍດແກ່ບ້ານເກີດເມືອງນອນ, ປະເທດຊາດໃນອະນາຄົດ.
    |
 |
ການນໍາສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງແທັງຮວ໊າ ຢ້ຽມຢາມ ແລະມອບຂອງຂວັນໃຫ້ນັກສຶກສາລາວ ທີ່ພວມຮໍ່າຮຽນຢູ່ແຂວງແທັງຮວ໊າ. ພາບ: baothanhhoa.vn |
ການນໍາສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງແທັງຮວ໊າ ປາດຖະໜາຢາກໃຫ້ໂຮງຮຽນໜູນຊ່ວຍ, ສ້າງເງື່ອນໄຂໃຫ້ນັກສຶກສາລາວ ໄດ້ຕ້ອນຮັບບຸນເຕັດຢ່າງມີຄວາມອົບອຸ່ນ, ມ່ວນຊື່ນ, ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງສອງປະເທດຫວຽດນາມ-ລາວ.
ຜູ້ຕາງໜ້ານັກສຶກສາລາວ ສະແດງຄວາມສະເທືອນໃຈ ແລະຄວາມຂອບໃຈຢ່າງຈິງໃຈ ຕໍ່ການເອົາໃຈໃສ່ຂອງທຸກຂັ້ນ, ທຸກຂະແໜງການຂອງແຂວງແທັງຮວ໊າ ໃນການສ້າງເງື່ອນໄຂສະດວກໃຫ້ພວກນ້ອງທີ່ພວມດໍາລົງຊີວິດ ແລະຮໍ່າຮຽນຢູ່ບັນດາໂຮງຮຽນ, ຊ່ວຍໃຫ້ພວກນ້ອງຊອກຮູ້ຕື່ມກ່ຽວກັບສີສັນວັດທະນະທໍາ, ຮີດຄອງປະເພນີຂອງຊາວຫວຽດນາມ; ພ້ອມທັງສະແດງໃຫ້ເຫັນຄວາມຕັດສິນໃຈສູ້ຊົນຮໍ່າຮຽນດີກວ່າເກົ່າເພື່ອຮັກສາ ແລະເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ-ລາວ.
ໂດຍ: ທູຈາງ