ສະຖານທູດລາວ ປະຈໍາ ຝຣັ່ງ ອວຍພອນບຸນປີໃໝ່ປະຈໍາຊາດຫວຽດນາມ
ກປ.ອອນໄລ - ວັນທີ 12 ມັງກອນ, ຄະນະຜູ້ແທນສະຖານທູດລາວ ປະຈໍາ ຝຣັ່ງ ນໍາໂດຍສະຫາຍ ຄຳອິນ ຄິດຈະເດດ ເອກອັກຄະລັດຖະທູດ ໄດ້ໄປສໍານັກງານສະຖານທູດຫວຽດນາມ ປະຈໍາ ຝຣັ່ງ ເພື່ອອວຍພອນບຸນປີໃໝ່ປະຈໍາຊາດ 2023.
ສະຫາຍ ດິງຕວ່ານຖັງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ ແລະສະຫາຍນາງ ເລທິຮົ່ງເວິນ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ UNESCO ຕ້ອນຮັບຄະນະ.
    |
 |
ຄະນະຜູ້ແທນສະຖານທູດລາວ ປະຈໍາ ຝຣັ່ງ ອວຍພອນບຸນປີໃໝ່ປະຈໍາຊາດ 2023 ຢູ່ສໍານັກງານສະຖານທູດຫວຽດນາມ ປະຈໍາ ຝຣັ່ງ . ພາບ: ສໍານັກຂ່າວສານຫວຽດນາມ. |
ສະຫາຍ ຄຳອິນ ຄິດຈະເດດ ໄດ້ສົ່ງຄໍາອວຍພອນບຸນເຕັດທີ່ດີງາມເຖິງໝູ່ຄະນະພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາ ຝຣັ່ງ ໃນປີໃໝ່. ສະຫາຍ ຄຳອິນ ຄິດຈະເດດ ປາດຖະໜາຢາກພ້ອມກັບບັນດາອົງການການທູດຫວຽດນາມ ປະຈໍາ ຝຣັ່ງ, ໂດຍຜ່ານບັນດາການເຄື່ອນໄຫວແລກປ່ຽນ, ພົບປະແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ສືບຕໍ່ປະກອບສ່ວນເຂົ້າໃນການຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຢ່າງແຮງ, ມີປະສິດທິຜົນ.
ສະຫາຍ ດິງຕວ່ານຖັງ ໄດ້ຫວນຄືນມູນເຊື້ອອັນດີງາມລະຫວ່າງສະຖານທູດສອງແຫ່ງ, ຢ້ຽມຢາມຖາມຂ່າວເຊິ່ງກັນແລະກັນໃນໂອກາດບຸນເຕັດວຽນມາ ຫຼືໂອກາດວັນຊາດຂອງແຕ່ລະປະເທດ, ສະຫາຍ ສະແດງຄວາມເອກອ້າງທະນົງໃຈກ່ຽວກັບບັນດາການເຄື່ອນໄຫວພົບປະແລກປ່ຽນ, ແບ່ງປັນ, ສົມທົບກັນເປັນປະຈໍາລະຫວ່າງບັນດາພະນັກງານການທູດສອງປະເທດ. ທ່ານ ດິງຕວ່ານຖັງ ຖືວ່າ ບັນດາການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ-ລາວ.
ໂດຍ: ຈາງຫງວຽນ