ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ຕ້ອນຮັບປີໃໝ່ປະຈຳຊາດ
ກປ.ອອນໄລ - ຕອນຄໍ່າວັນທີ 13 ມັງກອນ, ສູນວັດທະນະທໍາຫວຽດນາມ ຢູ່ລາວ ໄດ້ສົມທົບກັບສະມາຄົມຊາວຫວຽດນາມ ແລະສະມາຄົມວິສາຫະກິດຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ຈັດຕັ້ງງານລ້ຽງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ໃນລາຍການລະດູບານໃໝ່ແຫ່ງບ້ານເກີດເມືອງນອນແບ່ງປັນຄວາມຮັກແພງທີ່ມີຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ.
ກ່າວຄໍາເຫັນທີ່ພິທີ, ສະຫາຍ ຟານມິງຈຽນ ທີ່ປຶກສາທູດສະຖານທູດຫວຽດນາມ ປະຈໍາ ລາວ ສະແດງຄວາມປິຕິຊົມຊື່ນ ແລະພາກພູມໃຈເມື່ອໄດ້ປະກາດ ແລະແບ່ງປັນກັບຍາດຕິພີ່ນ້ອງ ແລະເພື່ອນມິດລາວ ກ່ຽວກັບບັນດາຜົນງານທີ່ມີຄວາມໝາຍເຊິ່ງຫວຽດນາມ ແລະລາວ ບັນລຸໄດ້ໃນປີ 2022 ຜ່ານມາ.
    |
 |
ຜູ້ຕາງໜ້າສະຖານທູດ ແລະຫົວໜ່ວຍ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ມອບຂອງຂວັນໃຫ້ບັນດາຄອບຄົວທີ່ປະສົບຄວາມຫຍຸ້ງຍາກ. ພາບ: ສໍານັກຂ່າວສານຫວຽດນາມ |
ສະຫາຍ ຟານມິງຈຽນ ຕີລາຄາສູງຕໍ່ອາລົມຈິດຄວາມຮັກແພງຂອງຍາດຕິພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ມີຕໍ່ປະເທດຊາດໃນປີຜ່ານມາ ແລະຫວັງວ່າ ຍາດຕິພີ່ນ້ອງຈະສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບພັກ ແລະລັດ, ພົນລະເມືອງຢູ່ພາຍໃນປະເທດສ້າງສາ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ເພື່ອນໍາປະເທດຫວຽດນາມ ໃຫ້ນັບມື້ນັບພັດທະນາ, ມີຖານະບົດບາດ, ທີ່ຕັ້ງເທົ່າທຽມກັບພາກພື້ນ ແລະໃນໂລກ. ພ້ອມກັນນັ້ນກໍ່ເຊື່ອມຊຶມນ້ຳໃຈສາມັກຄີ, ສະໜິດຕິດພັນ, ຮັກແພງເຊິ່ງກັນແລະກັນ, ເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິ, ເຊື່ອມໂຍງ, ກາຍເປັນພົນລະເມືອງດີ ແລະມີການປະກອບສ່ວນໃຫ້ປະເທດປະຈໍາຖິ່ນແນໃສ່ສ້າງປະຊາຄົມສາມັກຄີ, ນັບມື້ນັບເຂັ້ມແຂງ; ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ-ລາວ.
ທີ່ງານລ້ຽງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຍາດຕິພີ່ນ້ອງປະຊາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ພ້ອມກັນກິນອາຫານທີ່ເຕັມໄປດ້ວຍລົດຊາດແຫ່ງບ້ານເກີດເມືອງນອນ, ແບ່ງປັນເລື່ອງລາວຕ່າງໆໃນຕະຫຼອດໜຶ່ງປີຜ່ານມາ ແລະຮັບຟັງການຂັບຮ້ອງຂອງລະດູບານໃໝ່, ອວຍພອນເຊິ່ງກັນ ແລະກັນ ປີໃໝ່ຈົ່ງຢູ່ດີມີແຮງ, ມີຄວາມຜາສຸກ, ວັດທະຖາວອນ.
ໂດຍ: ຈາງຫງວຽນ