ຕອນບ່າຍວັນທີ 11 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ດໍາເນີນພິທີເປີດນໍາໃຊ້ໂຄງການກໍ່ສ້າງສະຖາບັນເສດຖະກິດການເງິນ ດົງຄໍາຊ້າງ, ລາວ ໄລຍະ 3, ລະຫວ່າງກະຊວງການເງິນຫວຽດນາມ ແລະກະຊວງການເງິນ ລາວ.

leftcenterrightdel
ຜູ້ແທນສອງປະເທດ ຫວຽດນາມ - ລາວ ຕັດແຖບຜ້າເປີດນໍາໃຊ້ໂຄງການກໍ່ສ້າງສະຖາບັນເສດຖະກິດການເງິນ ດົງຄໍາຊ້າງ ໄລຍະ 3. ພາບ: ຫວູເຮືອງ.

ກ່າວຄໍາເຫັນທີ່ພິທີ, ທ່ານ ໂຮ່ດຶກເຝິກ ລັດຖະມົນຕີກະຊວງການເງິນຫວຽດນາມ ຕີລາຄາວ່າ ເຖິງວ່າໃນການຜັນຂະຫຍາຍ ໄລຍະ 3 ຂອງໂຄງການປະສົບຄວາມຫຍຸ້ງຍາກ ຍ້ອນພະຍາດໂຄວິດ-19 ແລະເງື່ອນໄຂສະພາບດິນຟ້າອາກາດບໍ່ເອື້ອອໍານວຍກໍ່ຕາມ, ແຕ່ພາຍຫຼັງການຜັນຂະຫຍາຍໂຄງການມາເກືອບ 4 ປີ, ດ້ວຍການເອົາໃຈໃສ່ ແລະການຊີ້ນໍາຢ່າງໃກ້ຊິດ, ທັນການຂອງລັດຖະບານ, ກະຊວງການເງິນຂອງສອງປະເທດຫວຽດນາມ ແລະລາວ, ພ້ອມກັບຄວາມມານະພະຍາຍາມຕັດສິນໃຈປະຕິບັດສໍາເລັດໜ້າທີ່ຂອງບັນດາກົມກອງກໍ່ສ້າງ, ໂຄງການດັ່ງກ່າວ ໄດ້ກໍ່ສ້າງສໍາເລັດ ແລະມີຄຸນນະພາບສູງ.

ສ່ວນທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ລາວ ເນັ້ນໜັກວ່າ ໂຄງການກໍ່ສ້າງສະຖາບັນເສດຖະກິດການເງິນ ລາວ ແມ່ນໂຄງການທີ່ມີຄວາມໝາຍສໍາຄັນໃນການກໍ່ສ້າງ ແລະພັດທະນາຊັບພະຍາກອນມະນຸດດ້ານການເງິນ-ການບັນຊີ ໃຫ້ແກ່ຂະແໜງການເງິນ ລາວ, ສິ່ງນີ້ຈະປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ ໃນອະນາຄົດ. ຜົນສໍາເລັດຂອງໂຄງການ ແມ່ນຍ້ອນການພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງສອງກະຊວງການເງິນ. ຕາງໜ້າພັກ, ລັດຖະບານ ແລະປະຊາຊົນ ລາວ ບັນດາເຜົ່າ, ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ, ກໍຄື ກະຊວງການເງິນຫວຽດນາມ ທີ່ຍາມໃດກໍເອົາໃຈໃສ່ໜູນຊ່ວຍ, ແລກປ່ຽນບົດຮຽນວິຊາສະເພາະ, ບໍາລຸງສ້າງ ແລະຍົກສູງຄຸນນະພາບຂອງພະນັກງານ ກໍຄື ປັບປຸງລະບົບນິຕິກໍາໃຫ້ແກ່ຂະແໜງການເງິນ ລາວ ໃນໄລຍະຜ່ານມາ.

ໂດຍ: ໄຊຊະນະ