leftcenterrightdel
ລາຍການສະແດງສິລະປະ "ສາຍໃຈ ຫວຽດ-ລາວ". ພາບ: ສໍານັກຂ່າວສານຫວຽດນາມ.

ບົດນຳໃຫ້ຮູ້ວ່າ ປີ 2022, ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ - ຫວຽດນາມ ໄດ້ດຳເນີນຫຼາຍກິດຈະກຳ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ນັ້ນແມ່ນວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ລາວ - ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022) ແລະວັນສ້າງຕັ້ງສາຍພົວພັນທາງການທູດ ລາວ - ຫວຽດນາມ ຄົບຮອບ 60 ປີ (9/5/1962-9/5/2022). ບົດນຳໄດ້ເນັ້ນໜັກວ່າ ຕາມການເວລາໄດ້ພິສູດຢ່າງຈະແຈ້ງວ່າ ສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ ຍາມໃດກໍໄດ້ຮັບການປັບປຸງ ແລະເພີ່ມພູນຄູນສ້າງ, ນັບມື້ນັບຍົກສູງທາງດ້ານຄຸນນະພາບ ແລະນຳມາເຊິ່ງປະສິດທິຜົນຫຼາຍຢ່າງ; ແມ່ນປັດໄຈສຳຄັນປະກອບສ່ວນເຂົ້າໃນຜົນສຳເລັດຂອງພາລະກິດແຫ່ງການສ້າງສາ, ພັດທະນາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.

ບົດນຳດັ່ງກ່າວໄດ້ເນັ້ນໜັກວ່າ ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ໂດຍ ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ໄດ້ກໍ່ຕັ້ງຂຶ້ນ ແລະໄດ້ຮັບການເພີ່ມພູນຄູນສ້າງດ້ວຍເລືອດເນື້ອເຫື່ອແຮງຂອງການນຳ, ນັກປະຕິວັດບໍ່ຈັກວ່າເທົ່າໃດເຊັ່ນຄົນ, ຈະໄດ້ຮັບການຖະໜຸຖະໜອມເໝື່ອນດັ່ງມໍລະດົກອັນລ້ຳຄ່າຂອງຄົນລຸ້ນຫຼັງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ແລະສາກົນ. ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ - ຫວຽດນາມ ອ້າຍນ້ອງ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ກວຽດເຕິມ