ຫວຽດນາມ-ລາວ ແລກປ່ຽນບົດຮຽນໃນການເຄື່ອນໄຫວກໍາມະບານໃນກອງທັບ
    
    
    
        
            
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ແລະປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022, ຕອນບ່າຍວັນທີ 23 ພະຈິກ, ອົງການກໍາມະບານ ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ແລະຄະນະພະນັກງານກໍາມະບານ ກອງທັບປະຊາຊົນລາວ ໄດ້ຈັດຕັ້ງການພົບປະ, ແລກປ່ຽນບົດຮຽນກ່ຽວກັບວຽກງານກໍາມະບານ ແລະຂະບວນການກໍາມະກອນ ເພື່ອແນໃສ່ເພີ່ມທະວີນໍ້າໃຈສາມັກຄີມິດຕະພາບ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ.
        
        
        
            
	
		
			|     | 
		
			|  | 
		
			| ສະຫາຍ ພັນເອກພິເສດ ຮວ່າງວັນຕຽບ, ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ມອບຂອງຂວັນໃຫ້ຄະນະພະນັກງານກໍາມະບານ ກອງທັບປະຊາຊົນລາວ. ພາບ:  qdnd.vn | 
	
	ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນບົດຮຽນ, ແນະນໍາໝາກຜົນທີ່ພົ້ນເດັ່ນ, ບັນດາຮູບແບບ, ປະສົບການ, ວິທີການໃນວຽກງານກໍາມະບານ ແລະຂະບວນການກໍາມະກອນໃນໄລຍະຜ່ານມາ, ພ້ອມທັງສະເໜີເນື້ອໃນ, ມາດຕະການຍົກສູງວຽກງານກໍາມະບານ ແລະຂະບວນການກໍາມະກອນ.
	
		
			|     | 
		
			|  | 
		
			| ບັນດາຜູ້ແທນຢ້ຽມຊົມຮູບແບບການຜະລິດ, ດຳເນີນທຸລະກິດທີ່ບໍລິສັດສຳຫຼວດທີ່ດິນແຜນທີ່ຈໍາກັດຜູ້ດຽວ. ພາບ:  qdnd.vn | 
	
	ຜ່ານການພົບປະ, ແລກປ່ຽນບົດຮຽນ, ສອງຝ່າຍເຫັນດີເປັນເອກະພາບສະເໜີໃຫ້ການນໍາກົມໃຫຍ່ການເມືອງ ກອງທັບປະຊາຊົນສອງປະເທດ ສ້າງເງື່ອນໄຂໃຫ້ອົງການກໍາມະບານໃນກອງທັບຂອງສອງປະເທດຍູ້ແຮງການເຄື່ອນໄຫວແລກປ່ຽນ, ພົບປະເຈລະຈາ, ແລກປ່ຽນບົດຮຽນ, ປະກອບສ່ວນປັບປຸງ ແລະພັດທະນາສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ. ພາຍຫຼັງການພົບປະແລກປ່ຽນ, ບັນດາຜູ້ແທນໄດ້ໄປຢ້ຽມຊົມຮູບແບບການຜະລິດ, ດໍາເນີນທຸລະກິດທີ່ບໍລິສັດສຳຫຼວດທີ່ດິນແຜນທີ່ຈໍາກັດຜູ້ດຽວ (ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ).
	ໂດຍ: ທູຈາງ