ທີ່ການຕ້ອນຮັບ, ສະຫາຍພົນຕີ ຈິ້ງວັນກວຽດ ຊີ້ແຈ້ງວ່າ ສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ຍາມໃດກໍ່ມີຄວາມໝາຍເປັນຕາຍຕໍ່ສອງປະເທດ. ການນຳຂັ້ນສູງຂອງສອງປະເທດລ້ວນແຕ່ຢືນຢັນວ່າ ຖືເປັນສຳຄັນການຮັກສາ ແລະປັບປຸງສາຍພົວພັນນີ້ໃນທຸກສະພາບການ. ສະຫາຍພົນຕີ ຈິ້ງວັນກວຽດ ຢືນຢັນວ່າ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ, ສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ຂະແໜງໄອຍະການ, ສານທະຫານສອງປະເທດເພີ່ມທະວີການຮ່ວມມື, ພິເສດແມ່ນການກໍ່ສ້າງຊັບພະຍາກອນມະນຸດ, ແລກປ່ຽນບົດຮຽນດ້ານວິຊາສະເພາະ, ຜ່ານນັ້ນປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດ ກໍ່ຄືສ້າງກອງທັບທີ່ເປັນກຳລັງຫຼວງ, ຍອດຢ້ຽມ ແລະທັນສະໄໝເທື່ອລະກ້າວຂອງແຕ່ລະປະເທດ.

leftcenterrightdel
ສະຫາຍພົນຕີ ຈິ້ງວັນກວຽດ ຕ້ອນຮັບສະຫາຍພົນຈັດຕະວາ ສີໄຫວ ໄມພອນ. ພາບ: qdnd.vn

ສະຫາຍພົນຈັດຕະວາ ສີໄຫວ ໄມພອນ ໄດ້ແຈ້ງໃຫ້ສະຫາຍພົນຕີ ຈິ້ງວັນກວຽດ ຮັບຊາບກ່ຽວກັບລາຍການເຄື່ອນໄຫວຂອງຄະນະຢູ່ຫວຽດນາມ ກໍ່ຄືໝາກຜົນການເຮັດວຽກກ່ອນໜ້ານັ້ນກັບອົງການໄອຍະການທະຫານສູນກາງ ແລະສານທະຫານສູນກາງ ຫວຽດນາມ. ຕາມນັ້ນແລ້ວ, ຄະນະອົງການໄອຍະການທະຫານສູນກາງ ແລະສານທະຫານສູນກາງ ຫວຽດນາມ ໄດ້ແບ່ງປັນບົດຮຽນ, ປະສົບການອັນລ້ຳຄ່າກ່ຽວກັບວຽກງານຈັດຕັ້ງ ແລະນໍາພາ ເພື່ອໝູນໃຊ້ໃນສະພາບຕົວຈິງ.

ໂດຍ: ທະນາພອນ