ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ ຢ້ຽມຢາມກອງບັນຊາການທະຫານເຂດ 4
    
    
    
        
            
ກປ.ອອນໄລ - ຕອນເຊົ້າວັນທີ 8 ກັນຍາ, ສະຫາຍ ອາລຸນໄຊ ສູນນະລາດ, ກໍາມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ ພ້ອມດ້ວຍພັນລະຍາ ແລະຄະນະປະຕິບັດງານ ມາຢ້ຽມຢາມກອງບັນຊາການທະຫານເຂດ 4.
        
        
        
            
	
		
			
				     | 
		
		
			
				  | 
		
		
			| 
				ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn | 
		
	
	ທີ່ການເຮັດວຽກ, ສະຫາຍ ອາລຸນໄຊ ສູນນະລາດ ສະແດງຄວາມຂອບອົກຂອບໃຈຕໍ່ພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4 ແລະບໍລິສັດໃຫຍ່ຮ່ວມມືເສດຖະກິດຍາມໃດກໍ່ໃຫ້ຄວາມເອົາໃຈໃສ່, ການຊ່ວຍເຫຼືອອັນໃຫຍ່ຫຼວງ ຕໍ່ກັບປະເທດລາວ ໃນການພັດທະນາເສດຖະກິດ, ການເມືອງ, ວັດທະນະທໍາ, ສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ສະຫາຍ ອາລຸນໄຊ ສູນນະລາດ ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສາຍພົວພັນລະຫວ່າງສອງພັກ, ສອງລັດຖະບານ, ກອງທັບ ແລະປະຊາຊົນສອງປະເທດນັບມື້ນັບພັດທະນາແໝັ້ນແກ່ນກວ່າອີກ.
	
		
			
				     | 
		
		
			
				  | 
		
		
			| 
				ກອງບັນຊາການທະຫານເຂດ 4 ມອບຂອງຂວັນທີ່ລະນຶກໃຫ້ແກ່ຄະນະປະຕິບັດງານປະເທດລາວ. ພາບ: qdnd.vn | 
		
	
	ສ່ວນສະຫາຍພົນຕີ ເຈິ່ນຫວໍຢູງ, ຫົວໜ້າການເມືອງກອງບັນຊາການທະຫານເຂດ 4 ແຈ້ງໃຫ້ຄະນະປະຕິບັດງານຮັບຊາບກ່ຽວກັບໝາກຜົນວຽກງານສົມທົບກັນລະຫວ່າງທະຫານເຂດ 4 ກັບປະເທດເພື່ອນລາວ ໃນການປະຕິບັດໂຄງການພັດທະນາເສດະກິດ, ກໍ່ສ້າງບັນດາກິດຈະກຳວັດທະນະທໍາ, ສັງຄົມ... ໃນໄລຍະຜ່ານມາ, ສະຫາຍ ກໍ່ສະແດງຄວາມຂອບອົກຂອບໃຈ ຕໍ່ຄວາມເອົາໃຈໃສ່ສ້າງເງື່ອນໄຂ, ການຊ່ວຍເຫຼືອຂອງພັກ, ລັດຖະບານ, ຄະນະພັກອໍານາດການປົກຄອງ ແລະປະຊາຊົນລາວເວົ້າລວມ ແລະສະຫາຍ ອາລຸນໄຊ ສູນນະລາດ ເວົ້າສະເພາະ ທີ່ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ທະຫານເຂດ 4 ແລະບໍລິສັດຮ່ວມມືເສດຖະກິດປະຕິບັດສໍາເລັດທຸກໜ້າທີ່ເປັນຢ່າງດີ.
	ໂດຍ: ທູຈາງ