ວິສາຫະກິດລາວ ປາດຖະໜາຢາກນໍາຜະລິດຕະພັນກະເສດ ແລະສິນຄ້າເຂົ້າລະບົບຮ້ານຊັບພະສິນຄ້າຢູ່ຮ່າໂນ້ຍ
ກປ.ອອນໄລ - ໃນຂອບເຂດໂຄງການສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ ດ້ວຍຫົວຂໍ້ “ຮ່າໂນ້ຍ-ວຽງຈັນ, ຮ່ວມມືພ້ອມກັນພັດທະນາ”, ຕອນບ່າຍວັນທີ 11 ສິງຫາ, ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ໄດ້ໄປສໍາຫຼວດລະບົບຮ້ານຊັບພະສິນຄ້າ, ສູນການຄ້າໃນບໍລິເວນຮ່າໂນ້ຍ.
ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ໄດ້ໄປສໍາຫຼວດສະພາບຕົວຈິງທີ່ຮ້ານຊັບພະສິນຄ້າ Winmart Smart City (ເມືອງນາມຕື່ລຽມ) ແລະສູນການຄ້າ Savico Megamall (ເມືອງລອງບຽນ). ຄຽງຂ້າງການຊອກຮູ້ຂັ້ນຕອນເກັບຊື້, ວິິທີການເຕົ້າໂຮມ, ຫໍ່ສິນຄ້າ, ຜະລິດຕະພັນກະເສດກ່ອນທີ່ສົ່ງເຖິງຮ້ານຊັບພະສິນຄ້າ ແລະສູນການຄ້າ, ຄະນະ ກໍ່ປາດຖະໜາວ່າ ບັນດາຮ້ານຊັບພະສິນຄ້າຂອງຮ່າໂນ້ຍ ເກັບຊື້ສິນຄ້າ, ຜະລິດຕະພັນກະເສດຂອງນະຄອນຫຼວງວຽງຈັນ.
    |
 |
ຜູ້ຕາງໜ້າຮ້ານຊັບພະສິນຄ້າ Winmart Smart City ແຈ້ງໃຫ້ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ຮັບຊາບກ່ຽວກັບມາດຕະຖານຜະລິດຕະພັນກະເສດທີ່ນຳເຂົ້າຮ້ານຊັບພະສິນຄ້າ. ພາບ: nhandan.vn |
ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ “ພວກຂ້າພະເຈົ້າ ຮູ້ສຶກວ່າ ຫວຽດນາມ ກໍາລັງພັດທະນາໄວທີ່ສຸດ ແລະພວກຂ້າພະເຈົ້າ ສາມາດສືບຕໍ່ຖອດຖອນບົດຮຽນຈາກພວກສະຫາຍ. ພວກຂ້າພະເຈົ້າ ຫວັງວ່າ ສອງຝ່າຍຈະສືບຕໍ່ຮັດແໜ້ນສາຍພົວພັນ ແລະເປີດກວ້າງການພົບປະແລກປ່ຽນ, ຮ່ວມມືແລກປ່ຽນການຄ້າ. ຫວັງວ່າບັດດາຜະລິດຕະພັນກະເສດຂອງລາວ ສາມາດໄດ້ນໍາເຂົ້າລະບົບຮ້ານຊັບພະສິນຄ້າ ແລະສູນການຄ້າຢູ່ຮ່າໂນ້ຍ. ພ້ອມກັນນັ້ນ, ບັນດາວິສາຫະກິດຂອງຫວຽດນາມ ແລະຮ່າໂນ້ຍ ຈະລົງທຶນ, ເປີດກວ້າງພັດທະນາຮູບແບບຮ້ານຊັບພະສິນຄ້າຢູ່ນະຄອນຫຼວງວຽງຈັນ”.
ໂດຍ: ທູຈາງ