leftcenterrightdel
ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ຖະຫວາຍທູບທຽນໄວ້ອາໄລປະທານໂຮ່ຈີມິນ. ພາບ: baonghean.vn

ທີ່ເຂດປູຊະນີຍະສະຖານກິມລຽນ, ທ່ານ ບຸນທອງ ຈິດມະນີ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນ ໄດ້ສະແດງຄວາມເຄົາລົບນັບຖືອັນເລິກເຊິ່ງຕໍ່ປະທານໂຮ່ຈີມິນ - ນັກປະຕິວັດທີ່ມີຄວາມເກັ່ງກ້າສາມາດຂອງຂະບວນການກອມມູນິດ ແລະກໍາມະກອນສາກົນ. ເພິ່ນໄດ້ອຸທິດ, ເສຍສະຫຼະໃຫ້ພາລະກິດປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ, ຕໍ່ສູ້ໃຫ້ສັນຕິພາບ ແລະຄວາມຜາສຸກຂອງຊາດຫວຽດນາມ ແລະປະຊາຊົນຢູ່ໃນໂລກ. 

leftcenterrightdel
ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຊົມອະນຸສອນສະຖານລາວ ຢູ່ໃນເຂດປູຊະນີຍະສະຖານກິມລຽນ.  ພາບ: baonghean.vn

ທ່ານ ບຸນທອງ ຈິດມະນີ ໄດ້ບັນທຶກໃສ່ປຶ້ມອະນຸສອນ: “ຂ້າພະເຈົ້າ ມີຄວາມເປັນກຽດ ແລະສະເທືອນໃຈທີ່ສຸດ ເມື່ອໄດ້ມາຢ້ຽມຢາມເຂດປູຊະນີຍະສະຖານກິມລຽນ ບ້ານເກີດເມືອງນອນຂອງປະທານໂຮ່ຈີມິນ ທີ່ແສນເຄົາລົບຮັກ ແລະໄດ້ຖະຫວາຍທູບທຽນໄວ້ອາໄລ-ເພິ່ນໄດ້ທຸ້ມເທເຫື່ອແຮງເພີ່ມພູນຄູນສ້າງໃຫ້ນໍ້າໃຈມິດຕະພາບແບບພິເສດລະຫວ່າງສອງປະເທດ ລາວ-ຫວຽດນາມ”...

ໂດຍ: ທູຈາງ