ທີ່ກອງປະຊຸມ, ບັນດາຝ່າຍໄດ້ເຫັນດີເປັນເອກະພາບປະຕິບັດບົດບັນທຶກການຮ່ວມມືທີ່ໄດ້ຮັບການລົງນາມລະຫວ່າງ 3 ແຂວງກວາງຈິ້, ສະຫວັນນະເຂດ, ມຸກດາຫານ ໄລຍະ 2022-2023 ໃນທຸກຂົງເຂດ, ຄື: ການຄ້າ, ການລົງທຶນ, ການທ່ອງທ່ຽວ, ແຮງງານ ແລະການສື່ສານ.

leftcenterrightdel
ປະທານຄະນະກໍາມະການປະຊາຊົນແຂວງກວາງຈິ້ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຄຽງຂ້າງກັນນັ້ນ, ສາມຝ່າຍໄດ້ສົມທົບກັນຄົ້ນຄວ້າ, ສະເໜີກົນໄກ, ນະໂຍບາຍໜູນຊ່ວຍວິສາຫະກິດ, ໂດຍສະເພາະແມ່ນນະໂຍບາຍບຸລິມະສິດພິເສດສໍາລັບສິນຄ້າຂອງ 3 ແຂວງ 3 ປະເທດ; ນະໂຍບາຍຕໍ່ກັບລົດໃຫຍ່ສ່ວນຕົວໄປທ່ຽວເຂົ້າຜືນແຜ່ນດິນຂອງກັນ; ປັບປຸງ ແລະຍົກສູງຄຸຸນນະພາບຂອງບາງລາຍການທ່ອງທ່ຽວເພື່ອຟື້ນຟູຈໍານວນແຂກຂອງ 3 ແຂວງທີ່ໄປມາຫາສູ່ກັນບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.

ກ່ອນໜ້ານັ້ນ, ໂດຍປະຕິບັດບົດບັນທຶກຊ່ວຍຈໍາ ກອງປະຊຸມການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ແຮງງານ ແລະການສື່ສານ ລະຫວ່າງ 3 ແຂວງຂອງ 3 ປະເທດທີ່ໄດ້ລົງນາມໃນວັນທີ 1 ພະຈິກ 2019, ຢູ່ແຂວງສະຫວັນນະເຂດ, ໃນໄລຍະຜ່ານມາ 3 ແຂວງໄດ້ມີການເຄື່ອນໄຫວທີ່ຕັ້ງໜ້າຫຼາຍຢ່າງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຮອບດ້ານ.

leftcenterrightdel
ພິທີເຊັນບົດບັນທຶກຊ່ວຍຈໍາຮ່ວມມືລະຫວ່າງ 3 ແຂວງກວາງຈິ້, ສະຫວັນນະເຂດ, ມຸກດາຫານ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫວໍວັນຮືງ ປະທານຄະນະກໍາມະການ ປະຊາຊົນແຂວງກວາງຈິ້ ເນັ້ນໜັກວ່າ ກອງປະຊຸມການຮ່ວມມືທ່ອງທ່ຽວ, ການຄ້າ, ການລົງທຶນ, ແຮງງານ ແລະການສື່ສານລະຫວ່າງ 3 ແຂວງກວາງຈິ້, ສະຫວັນນະເຂດ, ມຸກດາຫານຄັ້ງນີ້ແມ່ນເຫດການທີ່ມີຄວາມໝາຍສໍາຄັນ. ນີ້ແມ່ນໂອກາດ ເພື່ອໃຫ້ບັນດາແຂວງພ້ອມກັນຕີລາຄາຄືນໃໝ່ຜົນທີ່ບັນລຸໄດ້, ກຳໄດ້ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຖອດທອນບົດຮຽນ. ບົນພື້ນຖານນັ້ນປຶກສາຫາລື, ເຫັນດີເປັນເອກະພາບກ່ຽວກັບທິດທາງ ແລະຄົ້ນຄວ້າສະເໜີມາດຕະການເພື່ອຍົກສູງປະສິດທິຜົນການຮ່ວມມື, ສ້າງເງື່ອນໄຂຊຸກຍູ້ການທ່ອງທ່ຽວ, ການຄ້າ, ການລົງທຶນ, ແຮງງານ ແລະການສື່ສານໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ ໃນໄລຍະໃໝ່.

ກອງປະຊຸມກໍ່ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວດ້ານການລົງທຶນ, ການຄ້າ, ການທ່ອງທ່ຽວ, ແຮງງານ ແລະການສື່ສານລະຫວ່າງ 3 ແຂວງໃນສະພາບການໃໝ່ກວ່າອີກ. ພ້ອມທັງ, ຮັດແໜ້ນການພົວພັນມິດຕະພາບ, ການຮ່ວມມືພ້ອມກັນພັດທະນາລະຫວ່າງ 3 ແຂວງເວົ້າສະເພາະ, 3 ປະເທດເວົ້າລວມ. ຈາກນັ້ນ, ປະກອບສ່ວນຊຸກຍູ້ການພັດທະນາແລວ ເສດຖະກິດຕາເວັນອອກ-ຕາເວັນຕົກ ແລະສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.

ໂດຍ: ໄຊນີດາ