ຕອນບ່າຍວັນທີ 22 ມິຖຸນາ, ຢູ່ນະຄອນດ່ານັ້ງ, ທ່ານ ຫງວຽນວັນກວ໊າງ ເລຂາພັກນະຄອນດ່ານັ້ງ ໄດ້ໃຫ້ການຕ້ອນຮັບທ່ານ ສຸພັນ ຫາດາວເຮືອງ, ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສປປ.ລາວ ປະຈໍາ ດ່ານັ້ງ, ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່.

leftcenterrightdel
ທ່ານ ຫງວຽນວັນກວ໊າງ ເລຂາພັກນະຄອນດ່ານັ້ງ ຕ້ອນຮັບທ່ານ ສຸພັນ ຫາດາວເຮືອງ, ຫົວໜ້າສະຖານກົງສູນໃຫຍ່ແຫ່ງ ສປປ.ລາວ ປະຈໍາ ດ່ານັ້ງ ຄົນໃໝ່. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນກວ໊າງ ປາດຖະໜາວ່າ ທ່ານ ສຸພັນ ຫາດາວເຮືອງ ຈະສືບຕໍ່ສ້າງການພົວພັນອັນດີງາມລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.

ສ່ວນທ່ານ ສຸພັນ ຫາດາວເຮືອງ ກໍ່ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງນະຄອນດ່ານັ້ງ. ໃນຖານະຕໍາແໜ່ງໃໝ່ຂອງຕົນ, ທ່ານ ສຸພັນ ຫາດາວເຮືອງ ຢັ້ງຢືນວ່າ ຈະມານະພະຍາຍາມເພື່ອເສີມຂະຫຍາຍບົດບາດເປັນຂົວຕໍ່, ຮັດແໜ້ນການພົວພັນແບບພິເສດລະຫວ່າງ ຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງນະຄອນດ່ານັ້ງ ກັບບັນດາແຂວງພາກໃຕ້ຂອງ ລາວ ເວົ້າສະເພາະກວ່າອີກ.

ໂດຍ: ທະນາພອນ