leftcenterrightdel
ການແລກປ່ຽນລະຫວ່າງອົງການວິຊາສະເພາະຂອງສອງແຂວງເຊີນລາ ແລະຫຼວງພະບາງ. ພາບ: baovanhoa.vn

ເຫດການທ່ອງທ່ຽວ “ບົດເພງແຫ່ງຄວາມຮັກເຊີນລາ-ຫຼວງພະບາງ” ປີ 2022 ຢູ່ແຂວງຫຼວງພະບາງ, ຄາດວ່າ ຈະດຳເນີນແຕ່ວັນທີ 18-20 ກໍລະກົດ 2022 ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ຄື: ການໂຄສະນາກ່ຽວກັບສາຍພົວພັນມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ; ລາຍການສະແດງສິລະປະ: ລາຍການຟ້ອນລໍາທໍາເພງພື້ນເມືອງ, ແນະນຳຄວາມສາມາດບົ່ມຊ້ອນທ່າໄດ້ປຽບຂອງການທ່ອງທ່ຽວ, ສີສັນວັດທະນະທໍາ, ຜະລິດຕະພັນທ້ອງຖິ່ນ, ນໍ້າໃຈສາມັກຄີແບບພິເສດຫວຽດນາມ-ລາວ; ຈັດຕັ້ງກອງປະຊຸມສໍາມະນາສົ່ງເສີມການພັດທະນາການທ່ອງທ່ຽວກ່ຽວກັບຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງແຕ່ລະທ້ອງຖິ່ນສອງປະເທດ...

ນີ້ກໍ່ແມ່ນໂອກາດເພື່ອໂຄສະນາກ່ຽວກັບດິນແດນ, ປະຊາຊົນຜູ້ທີ່ເປັນມິດສະໜິດສະໜົມ ແລະຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງແຂວງເຊີນລາ ແລະຫຼວງພະບາງ, ຜ່ານນັ້ນສົມທົບກັນສຳຫຼວດ, ຕີລາຄາຜະລິດຕະພັນການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ສ້າງລາຍການທ່ອງທ່ຽວໃໝ່, ມຸ່ງໄປເຖິງເປົ້າໝາຍພັດທະນາການທ່ອງທ່ຽວແບບຍືນຍົງໃນອະນາຄົດ.

ໂດຍ: ເຈິ່ນຮວ່ຽນ